ປະທານາທິບໍດີ D.Trump ຜູ້ຫາກໍ່ໄຊຊະນະໃນການເລືອກຕັ້ງອາເມລິກາຢາກພົບປະກັບປະທານາທິບໍດີ ລັດເຊຍ

ປະທານາທິບໍດີ D.Trump ຜູ້ຫາກໍ່ໄຊຊະນະໃນການເລືອກຕັ້ງອາເມລິກາຢາກພົບປະກັບປະທານາທິບໍດີ ລັດເຊຍ - ảnh 1
(ພາບປະກອບ)

(vovworld) – ​​ ທ່ານ​ປະທານາທິບໍດີ Donal Trump ຜູ້​ຫາ​ກໍ່​ຮັບ​ໄຊຊະນະ​​ໃນ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ຢາກ​ພົບ​ປະ​ກັບ​ການ​ນຳ ລັດ​ເຊຍ Vladimir Putin ຢູ່ Reykjavik ຂອງ ອຽກລັງ ພາຍຫລັງ​ພິທີ​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 20/01 ຈະ​ມາ​ເຖິງ​ເປັນ​ເວລາ 2, 3 ອາທິດ. ຂໍ້​ມູນຂ່າວ​ດັ່ງກ່າວ ​​ໂດຍ​ໜັງສື​ພິມ Sunday Times ຂອງ​ອັງກິດ ລົງ​ພິມໃນ​ວັນ​ທີ 15/01 ອີງ​ໃສ່​ບັນດາ​ແຫຼ່ງຂ່າວ​ຈາກ ລອນ​ດອນ. ບົດ​ຂ່າວ​ໃຫ້​ຮູ້​ວ່າ: ທ່ານ Trump  ​ແລະ ບັນດາຜູ້​ຮ່ວມ​ງານ​ໄດ້​ແຈ້ງ​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທີ່ ອັງ​ກິດ ຊາບ​ວ່າ ​ເຂົາ​ເຈົ້າ​ຢາກຊັບຊ້ອນ​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ລັດ​ເຊຍ Putin ​ໃນ​ການ​ປະຕິບັດ​ງານຢູ່ຕ່າງປະ​ເທດ​ຄັ້ງທຳ​ອິດ​ຂອງທ່ານ Trump ​ແລະ ສະຖານ​ທີ່​ເຊິ່ງ​ເຂົາ​ເຈົ້າ​ຢາກ​ພົບ​ປະ​ແມ່ນ​ນະຄອນຫລວງ​ຂອງ ອຽກລັງ ​ແຫ່ງ​ທີ່​ກ່ອນ​ນີ້ 30 ປີ​ໄດ້​ດຳ​ເນີນ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ 2 ທ່ານ​​ ນັ້ນແມ່ນປະທານາທິບໍດີ ອາ​ເມ​ລິ​ກາ Ronald Reagan ​ແລະ ​ເລຂາ​ທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ໂຊ​ວຽດ Mikhail GorbachevD

ຕອບກັບ

ຂ່າວ/ບົດ​ອື່ນ