ປະທານາທິບໍດີ D.Trump ແລະ ການນຳ Kim Jong un ເລີ່ມກ້າວເຂົ້າສູ່ມື້ເຮັດວຽກທີ 2 ຂອງກອງປະຊຸມ

(VOVWORLD) -ຕອນເຊົ້າວັນທີ 28 ກຸມພາ, ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 2 ຂອງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຢູ່ໂຮງແຮມ Sofitel Legend Metropole, ຢູ່ຮ່າໂນ້ຍ.

ປະທານາທິບໍດີ D.Trump ແລະ ການນຳ Kim Jong un ເລີ່ມກ້າວເຂົ້າສູ່ມື້ເຮັດວຽກທີ 2 ຂອງກອງປະຊຸມ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un

(ພາບ: AFP/TTXVN)

ຕອນເຊົ້າວັນທີ 28 ກຸມພາ, ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 2 ຂອງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຢູ່ໂຮງແຮມ Sofitel Legend Metropole, ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ອນທີ່ເລີ່ມປະຕິບັດການພົບປະສະເພາະລະຫວ່າງການນຳ 2 ທ່ານ, ການນຳ Kim Jong un ໃຫ້ຄຳໝັ້ນສັນຍາວ່າ, ຈະມານະພະຍາຍາມເພື່ອໃຫ້ກອງປະຊຸມບັນລຸໝາກຜົນທີດີງາມ.

        “ພວກເຮົາບັນລຸໄດ້ຜົນງານຫຼາຍຢ່າງ. ຂ້າພະເຈົ້າຄິດວ່າ ນີ້ແມ່ນຈຸດເວລາພົບປະກັນ, ສ້າງກອງປະຊຸມທີ່ດີງາມ. ຂ້າພະເຈົ້າຮັບປະກັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອນຳມາເຊິ່ງຜົນງານດີທີ່ສຸດໃຫ້ແກ່ກອງປະຊຸມນີ້”.

        ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຢ້ຳຄືນວ່າ, ທ່ານ ແລະ ການນຳສປປ.ເກົາຫຼີ ໄດ້ມີການປຶກສາຫາລືຢ່າງມີປະສິດທິຜົນ ແລະ ດີງາມໃນວັນທີ 27 ກຸມພາ. ທ່ານເນັ້ນໜັກວ່າທ່ານ “ຈະບໍ່ຟ້າວຟັ່ງໃນບັນຫາປອດນິວເຄຼຍ ແລະ ລະດັບພັດທະນາການປອດນິວເຄຼຍຢູ່ສປປ.ເກົາຫຼີ ແມ່ນບໍ່ສຳຄັນປານໃດ”. ພ້ອມທັງ, ທ່ານ D.Trump ກໍຂອບໃຈການນຳ Kim Jong un ຍ້ອນໄດ້ຢຸດຕິບັນດາເຫດທົດລອງລູກສອນໄຟ ແລະ ນິວເຄຼຍ.

        “ມີສິ່ງທີດີງາມຫຼາຍຢ່າງໄດ້ປະກົດຂຶ້ນ. ພວກເຮົາມີການພົວພັນອັນດີງາມ. ພວກເຮົາຈະມີກອງປະຊຸມສຸດຍອດບັນລຸຜົນສຳເລັດ ແລະ ເຊື່ອໝັ້ນວ່າ ສປປ.ເກົາຫຼີ ຈະກາຍເປັນປະເທດມະຫາອຳນາດດ້ານເສດຖະກິດ”.

        ເມື່ອວິຈານກ່ຽວກັບບັນດາສັນຍານຕັ້ງໜ້າໃນຈຸດເວລາທຳອິດຂອງການພົບປະສະເພາະລະຫວ່າງການນຳ 2 ປະເທດອາເມລິກາ - ສປປ.ເກົາຫຼີ. ທ່ານ ຫງວຽນວິງກວາງ, ທີ່ປຶກສາຂັ້ນສູງສູນຄົ້ນຄວ້າຍຸດທະສາດ ແລະ ພັດທະນາສາກົນຂອງຫວຽດນາມ ຖືວ່າ.

        “ບັນດາການເຈລະຈາສຳຄັນນີ້, ຕອນທຳອິດເຄີຍສົນໃຈເຖິງຕົນຕົວ, ໝາຍຄວາມວ່າ ຈາກວິທີຈັບມືກັນ, ຮ້ອຍຍິມ, ຄຳເວົ້າ… ນີ້ແມ່ນຄັ້ງທຳອິດຂ້າພະເຈົ້າເຫັນວ່າມີສິ່ງທີ່ພິເສດ ນັ້ນແມ່ນບັນຍາກາດຂອງການພົບປະບໍ່ເຄັ່ງຕຶງອີກແລ້ວ. ຂ້າພະເຈົ້າເຫັນວ່າ, ນີ້ແມ່ນສັນຍານເບື້ອງຕົ້ນຊີ້ໃຫ້ເຫັນຜົນສຳເລັດຜ່ານບັນດາຄຳເວົ້າທີ່ປະເອີບໃຈຂອງ 2 ຝ່າຍໃນການພົບປະຄັ້ງນີ້.”

        ພາຍຫຼັງການພົບປະສະເພາະ, ການນຳອາເມລິກາ - ສປປ.ເກົາຫຼີ ພ້ອມກັບບັນດາເຈົ້າໜ້າທີ່ຂອງແຕ່ລະຝ່າຍເຂົ້າຮ່ວມການພົບປະ 2 ຝ່າຍເປີດກວ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ