ປະທານາທິບໍດີ Hugo Chavez ໂຈະສາບານ ຕົວຮັບຕຳແຫນ່ງ

ປະທານາທິບໍດີ Hugo Chavez ໂຈະສາບານ ຕົວຮັບຕຳແຫນ່ງ - ảnh 1
ປະທານາທິບໍດີ​ Hugo Chavez
ພາບ: ອິນເຕີແນັດ

(vovworld) - ວັນ​ທີ 9/1, ສານ​ລັດຖະທຳ​ມະນູນ ຂຶ້ນ​ກັບ​ສານ​ຍຸຕິ​ທຳ​ສູງ​ສູດ Venezuela ​ໄດ້​ອອກ​ຄຳ​ຕັດສິນ​ໂດຍ​ຢືນຢັນວ່າ ​ເລື່ອງ​ປະທານາທິບໍດີ​ Hugo Chavez ​ໂຈະ​ສາບານ​ຕົວ​ຮັບ​ຕຳ​ແຫນ່​ງ ຍ້ອນ​ອາການສຸຂະພາບ​ຍັງ​ອ່ອນ​ເພຍຫລັງ​ການຜ່າຕັດ​ໃນ​ການ​ປິ່ນປົວ​ໂລກ​ມະ​ເຮັງ ຢູ່ ກູ​ບາ ​ແມ່ນ​ເໝາ​ະສົມ​ກັບ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປະ​ເທດ​ນີ້. ທ່ານ​ນາງ Luisa Estela Morale ປະທານ​ສານ​ດັ່ງກ່າວ​ໃຫ້​ຮູ້​ວ່າ ປະທານາທິບໍດີ Hugo Chavez ​ໄດ້​ຮັບ​ອະນຸຍາດ​ຈາກ​ສະພາ​ແຫ່ງ​ຊາດ Venezuela ​​ໃຫ້ໄປກູ​ບາ ​ເພື່ອ​ຜ່າຕັດ ສະ​ນັ້ນ ​ບໍ່​ອາດ​ຖື​ວ່າ ເລື່ອງ​ບໍ່​ມີຫນ້າ​ຂອງ​ທ່ານ​ຢູ່ Venezuela ​ແມ່ນ​ຊົ່ວຄາວ ກໍ​ຄື​ຍາວ​ນານ ​ແລະ ທ່ານ​ມີ​ສິດ​ສາບານ​ຕົວ​ຮັບ​ຕຳ​ແຫນ່​ງຕໍ່​ສານ​ຍຸຕິ​ທຳ. ທ່ານ​ນາງ Morales ກໍ​ຊີ້​ແຈງ​ວ່າ ປະຈຸ​ບັນ ລັດຖະບານ​ຈະ​ສືບ​ຕໍ່​ບໍລິຫານ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ