ປະທານາທິບໍດີ Hugo Chavez ໄດ້ຮັບໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີຊຸດໃໝ່

ປະທານາທິບໍດີ Hugo Chavez ໄດ້ຮັບໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີຊຸດໃໝ່ - ảnh 1
ປະທານາທິບໍດີ Hugo Chavez ​ໄດ້​ຮັບ​ໄຊຊະນະ​
ໃນການເລືອກຕັ້ງປະທານາທິບໍດີຊຸດໃໝ່
(ພາບ: google.com.vn)

(vovworld) - ວັນ​ທີ 7/10, ​ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​Venezuela (CNE) ທ່ານ Tibisay Lucena ​ໃຫ້​ຮູ້​ວ່າ, ປະທານາທິບໍດີ Hugo Chavez ​ໄດ້​ຮັບ​ໄຊຊະນະ​ດ້ວຍ​ບັດ​ສະໜັບສະໜູນ​ກວມ 54,42%, ສ່ວນຜູ້​ອອກສະໝັກ​ຮັບ​ເລືອກ​ຕັ້ງຂອງ​ຝ່າຍ​ຄ້ານ​ທ່ານ Henrique Capriles ​ໄດ້​ຮັບບັດ​ສະໜັບສະໜູນ​ພຽງ 44,97%. ​ໃນ​ແຈ້ງ​ການ​ທຳ​ອິດ​ກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງ, ດ້ວຍ 90% ຈຳນວນ​ບັດ​ທີ່​ໄດ້​ຮັບ​ການ​ນັບ​ນັ້ນ CNE ​ໃຫ້​ຮູ້​ວ່າ ​ໄດ້​ມີ 80,94% ​ໃນ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ 19 ລ້ານ​ຄົນ​ໄປ​ປ່ອນ​ບັດ ​ແລະ ນີ້​ແມ່ນ​ອັດຕາ​ສ່ວນ​ຜູ້​ໄປ​ປ່ອນ​ບັດ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຢູ່ Venezuela. ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ໂປ່​ງ​ໃສ ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ນັກ​ສັງ​ເກດ​ການ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ. ທ່ານ Hugo Chavez ຈະ​ຮັບ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຊຸດ​ໃໝ່​ໃນ​ວັນ​ທີ 10/1/2013 ​ແລະ ຈະ​ບໍລິຫານ​ປະ​ເທດ​ເຖິງ​ປີ 2019.



ຂ່າວ/ບົດ​ອື່ນ