ປະທານາທິບໍດີ J.Biden ຢັ້ງຢືນປະເທດ ອາເມລິກາ ຈະຫຼີກລ້ຽງສະພາບລົ້ມລະລາຍໄດ້

(VOVWORLD) - ໜີ້ສາທາລະນະຂອງ ອາເມລິກາ ພວມຢູ່ໃນລະດັບ 31.400 ຕື້ໂດລາສະນະລັດ.
 
ປະທານາທິບໍດີ J.Biden ຢັ້ງຢືນປະເທດ ອາເມລິກາ ຈະຫຼີກລ້ຽງສະພາບລົ້ມລະລາຍໄດ້ - ảnh 1ກອງປະຊຸມຂອງການນຳພັກການເມືອງກ່ຽວກັບລະດັບເພດານໜີ້ສາທາລະນະ
(ພາບ: AFP/TTXVN)

ວັນທີ 25 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ປະກາດວ່າ: ພື້ນຖານເສດຖະກິດແຖວໜ້າຂອງໂລກນີ້ຈະຫຼີກລ້ຽງສະພາບລົ້ມລະລາຍໄດ້, ເຖິງວ່າບັນດາສະມາຊິກລັດຖະສະພາໄດ້ເລີ່ມວັນພັກຍາວເປັນເວລາ 10 ວັນ ໃນຂະນະທີ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງຍົກລະດັບເພດານໜີ້ສາທາລະນະ. ຍັງອີກ 7 ວັນແມ່ນຈະຮອດວັນທີ 1 ມິຖຸນາ, ເຊິ່ງແມ່ນຈຸດເວລາທີ່ກະຊວງການເງິນ ອາເມລິກາ ກ່າວເຕືອນລັດຖະບານ ອາດຈະບໍ່ມີຄວາມສາມາດຊຳລະລາຍຈ່າຍໃຫ້ແກ່ການເຄື່ອນໄຫວຕ່າງໆ ແລະ ຈະລົ້ມລະລາຍ ຖ້າຫາກບັນດາສະມາຊິກຂອງພັກ ປະຊາທິປະໄຕ ແລະ ພັກ ສາທາລະນະ ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັນການຍົກລະດັບເພດານໜີ້ສາທາລະນະ. ໜີ້ສາທາລະນະຂອງ ອາເມລິກາ ພວມຢູ່ໃນລະດັບ 31.400 ຕື້ໂດລາສະນະລັດ. ໃນຂະນະນັ້ນ, ບັນດາສະມາຊິກລັດຖະສະພາໄດ້ເລີ່ມເວລາພັກ ພາຍຫຼັງການປ່ອນບັດຄັ້ງສຸດທ້າຍໃນຕອນເຊົ້າວັນທີ 25 ພຶດສະພາ ແລະ ຮອດວັນທີ 4 ມິຖຸນາ ຈຶ່ງຈະໂຮມປະຊຸມຄືນໃໝ່. ຫຼາຍຄົນມີຄວາມວິຕົກວັງວົນ ວ່າ ໄລຍະພັກທີ່ແກ່ຍາວ ຈະເຮັດໃຫ້ວິວັດການເຈລະຈາຖືກຂາດວັກຂາດຕອນໃນໄລຍະຮ້ອນເຮັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ