ປະ​ທາ​ນາ​ທິ​ບໍ​ດີ Joe Biden ຍາດ​ໄດ້​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ຂອງ​ຜູ້​ແທນ​ຢ່າງ​ພຽງ​ພໍ ເພື່ອ​ກາຍ​ເປັນ​ຜູ້​ສະ​ໝັກ​ເລືອ​ກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ ຄົນປັດຈຸບັນ Joe Biden ຍາດໄດ້ຈຳນວນບັດສະໜັບສະໜູນຂອງຜູ້ແທນຢ່າງພຽງພໍເພື່ອກາຍເປັນຜູ້ສະໝັກເລືອກຕັ້ງປະທານາທິບໍດີໃນປີນີ້ ຂອງພັກປະຊາທິປະໄຕ, ພາຍຫຼັງທີ່ຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງເບື້ອງຕົ້ນຢູ່ລັດ Georgia ແລະ Mississinppi, ເຊິ່ງໄດ້ດຳເນີນໃນວັນທີ 12 ມີນາ.
ປະ​ທາ​ນາ​ທິ​ບໍ​ດີ Joe Biden ຍາດ​ໄດ້​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ຂອງ​ຜູ້​ແທນ​ຢ່າງ​ພຽງ​ພໍ ເພື່ອ​ກາຍ​ເປັນ​ຜູ້​ສະ​ໝັກ​ເລືອ​ກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ - ảnh 1ທ່ານປະທານາທິບໍດີ ອາເມລິກາ ຄົນປັດຈຸບັນ Joe Biden (ພາບ: TTXVN)

ເພື່ອກາຍເປັນຜູ້ສະໝັກເລືອກຕັ້ງປະທານາທິບໍດີ, ທ່ານ Joe Biden ຕ້ອງການໄດ້ຮັບບັດສະໜັບສະໜູນຈາກຜູ້ແທນ 1.968 ບັດ ໃນຈຳນວນທັງໝົດ 3.934 ບັດຂອງຜູ້ແທນ. ຕາມ Edison Research, ເຊິ່ງເປັນບໍລິສັດປະຕິບັດການສຳຫຼວດຫາງສຽງຄັ້ງຕ່າງໆ ແລະ ເກັບກຳໝາກຜົນການເລືອກຕັ້ງຢູ່ ອາເມລິກາ, ທ່ານ Joe Biden ໄດ້ຜ່ານຜ່າຄາດໝາຍດັ່ງກ່າວ ໃນຕອນຄ່ຳວັນທີ 12 ມີນາ. ຕາມນັ້ນແລ້ວ, ທ່ານຍາດໄດ້ຈຳນວນບັດສະໜັບສະໜູນຈາກຜູ້ແທນຢ່າງພຽງພໍເພື່ອຕາງໜ້າໃຫ້ພັກປະຊາທິປະໄຕໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນເດືອນພະຈິກ ຈະມາເຖິງ.

        ໃນຂະນະນັ້ນ, ທ່ານອະດີດປະທານາທິບໍດີ Donald Trump ຄາດວ່າ ກໍຈະຍາດໄດ້ໄຊຊະນະໃນການເລືອກຕັ້ງເບື້ອງຕົ້ນຂອງພັກສາທາລະນະ ຢູ່ Georgia, ຫຍັບມໍ່ເຂົ້າໃກ້ກັບເລື່ອງກາຍເປັນຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກສາທາລະນະ ແລະ ຈະເຂົ້າຮ່ວມການແຂ່ງຂັນກັບທ່ານ Joe Biden ໃນການເລືອກຕັ້ງທີ່ຈະດຳເນີນໃນເດືອນພະຈິກນີ້.


ຕອບກັບ

ຂ່າວ/ບົດ​ອື່ນ