ປະທານາທິບໍດີ Obama ພວມນຳໜ້າຕໍ່ ຕໍ່ຄູ່ແຂ່ງ Romney ໃນການເລືອກຕັ້ງປີ 2012

ປະທານາທິບໍດີ  Obama ພວມນຳໜ້າຕໍ່ ຕໍ່ຄູ່ແຂ່ງ Romney ໃນການເລືອກຕັ້ງປີ 2012 - ảnh 1
ປະທານາທິບໍດີ ອາເມລິກາ Barac Obama ແລະ
ຜູ້ສະໝັກ​ເລືອກ​ຕັ້ງ Mitt Romney (ພາບ : internet)


Vovworld- ​ໃນສະພາວະທີ່ຍັງບໍ່ຮອດ 2 ເດືອນອີກ, ແມ່ນຈະຮອດເວລາດຳເນີນ ການເລືອກຕັ້ງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ສຳຄັນ. ຜູ້ສະໝັກ​ເລືອກ​ຕັ້ງ 2 ທ່ານ ຄື ປະທານາທິບໍດີພວມດຳລົງຕຳແໜ່ງ ທ່ານ Barac Obama ສັງກັດ​ພັກ​​ເດ​ໂມ​ກາດ ​ແລະ ອະດີດຜູ້​ວ່າການ​ລັດ ທ່ານ Mitt Romney ສັງກັດ​ພັກຣີພາ​ບີ​ແກນ ​ໄດ້​ກ່າວ​​ໂຈມ​ຕີ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ດ້ວຍ​ຄວາມ​ຫວັງ​ເຮັດ​ໃຫ້​ອິດ​ທິພົນ​ຂອງ​ຄູ່​ແຂ່ງ​ຂອງ​ກັນ​ຫຼຸດ​ລົງ ​ແລະ ​ແກ່​ດຶງ​ການ​ສະໜັບສະໜູນ​ຈາກ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ກົດໝາຍ​ວ່າ​ດ້ວຍ​ການ​ປະຕິ​ຮູບ​ລະບົບ​ສາທາລະນະ​ສຸກ ​ແລະ ​ແຜນການ​ຫຼຸດຜ່ອນ​ການ​ໃຊ້​  ຈາ​ຍ​ຂອງ​ປະ​ເທດຊາດ ​ແມ່ນ​ບັນດາ​ບັນຫາ​ຕົ້ນຕໍ​ຊຶ່ງ ຜູ້ສະໝັກ​ເລືອກ​ຕັ້ງ 2 ທ່ານ ​ເລັ່ງ​ໃສ່​ກ່າວ​ໂຈມ​ຕີ​ກັນ.

    ​ໃນ​ວັນ​ດຽວ​ກັນ, ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກ​ເດ​ໂມ​ກາດ, ຜົນ​ຂອງ​ການ​ຢ່ັງ​ຫາງ​ສຽງ​ໄດ້​ໃຫ້​ຮູ້​ວ່າ ປະທານາທິບໍດີ Barac Obama ​ໄດ້​ຮັບ​ຄະ​ແນນ​ຕື່ມ​ອີກ​ຊຶ່ງ​ເປັນ​ການ​ໂຍະ​ຍາວ​ໄລຍະ​ຫ່າງ​ທີ່​ນຳ​ໜ້າ​ຕໍ່​ຄູ່​ແຂ່ງ Mitt Romney . ຕາມ ຜົນ​ຂອງ​ການ​ຢ່ັງ​ຫາງ​ສຽງ​ລວມຂອງ  Reuters/Ipsos ໃຫ້​ຮູ້​ວ່າ ​ໃນ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກ່ວາ 1.400 ຄົນ​ຖືກ​ຖາມ​ນັ້ນ, ​ແມ່ນ​ມີ​ເຖິງ 47% ​ໄດ້​ເວົ້າວ່າ: ຖ້າ​ຫາກການເລືອກຕັ້ງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຖືກ​ດຳ​ເນີນ​ໃນ​ຈຸດ​ເວລາ​ນີ້, ພວກ​ເຂົາ​ເຈົ້າຈະ​ປ່ອນ​ບັດ​ເລືອກ​ຕັ້ງສະໜັບສະໜູນ​ທ່ານ ປະທານາທິບໍດີ Barac Obama ​ໃນ​ຂະນະ​ທີ່ ມີ 43% ຢາກ ປ່ອນ​ບັດ​ເລືອກ​ຕັ້ງສະໜັບສະໜູນ​ທ່ານ Mitt Romney ​ໃຫ້​ດຳລົງ​ຕຳ​ແໜ່​ງ ປະທານາທິບໍດີ​ແທນ​ໃຫ້​ທ່ານ Barac Obama.

ຂ່າວ/ບົດ​ອື່ນ