ປະທານາທິບໍດີ Obama ພວມມີທ່າ ໄດ້ປຽບໃນການເລືອກຕັ້ງ ປະທານາປິບໍດີອາເມລິກາ

ປະທານາທິບໍດີ Obama ພວມມີທ່າ ໄດ້ປຽບໃນການເລືອກຕັ້ງ ປະທານາປິບໍດີອາເມລິກາ - ảnh 1

ປະທານາທິບໍດີ Obama

(ພາບ:vnexpress.net)

(VOV)- ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນປະທາ​ນາ​ທິ​ບໍດີ​ອາ​ເມ​ລິ​ກາສອງ​ທ່ານ ​ໄດ້​ເລີ່​ມ​ຕົ້ນການເຊື່ອ​ມຕໍ່​ບັ້ນຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງຄືນ​ໃໝ່​ພາຍຫຼັງ 3 ວັນ​ຖືກ​ໂຈະ​ໄວ້​ຍ້ອນ​ພະຍຸ​ຊານ​ດີ. ​ໃນ​ຈຸດ​ເວລາ​ນີ້, ທ່ານ Obama ພວມ​ໄດ້​ຮັບ​ຄະ​ແນນ​ສູງ​ທີ່​ສຸດ​ໃນ​ຄວາມ​ສາມາ​ດຮັບ​ມື​ກັບ​ພະຍຸ​ຊານ​ດີ. ທ່ານ ​Obama ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນປະທາ​ນາ​ທິບໍດີຜູ້​ໜຶ່ງ ​ແລະ ປະທານາທິບໍດີ​ຜູ້​ໜຶ່ງ​ຢ່າງ​ແທ້​ຈິງ, ນັ້ນ​ແມ່ນ​ບົດບາດ​ຂອງ “ຜູ້​​ບັນຊາ​ການສູງ​ສຸດ“.

   ສະພາ​ບເສດຖະກິດ ສຶ່ງ​ແມ່ນ​ຈຸດ​ສຳຄັນທີ່​ສຸດ​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ໄດ້​ຮັບ​ການ​ເລືອກ​ຕັ້ງຄືນ​ໃໝ່​ຂອງ​ທ່ານ ​Obama ກໍ່ພວມ​ສະໜັບສະໜູນປະທາ​ນາ​ທິ​ບໍດີ​ອາ​ເມ​ລິ​ກາ ຄົນ​ປະຈຸ​ບັນ​ດ້ວຍ​ບັນດາ​ສັນຍານ​ອັນຕັ້ງໜ້າ. ດັດຊະນີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ຊົມ​ໃຊ້​ໄດ້​ເພີ່ມ​ຂຶ້ນ​ສູງ​ກ່ວາ​ໝູ່​ໃນ 4 ປີຜ່ານມາ, ຕະຫຼາດ​ອະສັງຫາລິມະ​ຊັບ​ໄດ້​ຮັກສາ​ທ່າ​ຟື້ນ​ຕົວ​ໄວ້, ອຸດສາຫະກຳ​ຜະລິດ​ສືບ​ຕໍ່​ມີ​ການ​ເຕີມໂຕ ​ແລະ ມີ​ແຮງ​ງານ​ຕື່ມ​ອີກ 171.000 ຄົນ​ມີ​ວຽກ​ເຮັດ​ງານ​ທຳ​ໃນ​ເດືອນ 10/2012 ພວມ​​ເປັນ​ສິ່ງກີດຂວາງ ສະກັດ​ກັ້ນຄວາມ​ມານະ​ພະຍາຍາມ​ຂອງ​ຝ່າຍ​ສາທາລະນະ​ລັດ​ໃນ​ຊຸມ​ວັນ​ທ້າຍ​ຂອງ​ບັ້ນຫາ​ສຽງ​ເລືອກ​ຕັ້ງ. ປະທານາທິບໍດີ  ​Obama ກໍ່ພວມ​ມີ​ທ່າ​ໄດ້​ປຽບ​​ໃນວິວັດ​ການ​ເລືອກ​ຕັ້ງກ່ອນ​ກຳນົ​ດ​ເວລາ.

 

ຂ່າວ/ບົດ​ອື່ນ