ປະທານາທິບໍດີ Obama ສືບຕໍ່ຍາດໄດ້ຄະແນນສູງ

ປະທານາທິບໍດີ Obama ສືບຕໍ່ຍາດໄດ້ຄະແນນສູງ - ảnh 1

ປະທານາທິບໍດີ Obama

(ພາບ:vnexpress.net)

(VOV)- ການ​ຊ່ວງ​ເສັງ​ເຂົ້າທຳນຽບຂາວ​ຄັ້ງທີ 45 ພວມ​ດຳ​ເນີນ​ໄປ​ຢ່າງ​ຂ້ຽວຂາດ​ຂະນະ​ທີ່ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນປະທາ​ນາ​ທິ​ບໍດີ​ອາ​ເມ​ລິ​ກາ ສອງ​ທ່ານພວມ​ຍາດ​ກັນ​ແຕ່ລະ​ຄະ​ແນນ​ໃນ​ລັດ​ຈຸດ​ສຸມ. ປະທານາທິບໍດີ Obama ພວມລືນ​ກາຍ​ຄູ່​​ແຂ່ງ​ໜ້ອຍ​ໜຶ່ງ​ແຕ່​ໂອກາດ​ຮັດ​ແຄບ​ຊ່ອງ​ຫວ່າງ ​ແລະ ບື່ນຂຶ້ນຂອງ​ທ່ານ Romney ກໍ່​ບໍ່​ໜ້ອຍ. ​ໃນ​ທົ່ວ​ສະຫະລັດ, ອັດຕາ​ສ່ວນການ​ສະໜັບສະໜູນ​ຂອງ​ຜູ້​​ມີ​ສິດເລືອກ​ຕັ້ງຕໍ່​ທ່ານ Obama ​ແລະ ທ່ານ Romney ​ແມ່ນ 47%-46%. ຕາມ​ຜູ້​ຊ່ຽວຊານ​ຢັ່ງ​ຫາກ​ສຽງ Julia Clack  ຂອງ Ipsoss, ການ​ຊ່ວງ​ເສັງ​ຈະ​ຖືກ​ຕັດສິນ​ໃນ​ຈຸດ​ເວລາ​ສຸດ​ທ້າ​ຍ​ເທົ່າ​ນັ້ນ ​ເຖິງ​ວ່າ​ທ່ານ Obama ພວມ​ມີໂອກາດຮັບ​ໄຊຊະນະ. ວັນ​ທີ 4/11, ປະທານາທິບໍດີ Obamaໄດ້​ດຳ​ເນີນ​ບັ້ນ​ອອກ​ຫາ​ສຽງ​ເລືອກ​ຕັ້ງຢູ່ Ohio, Wosconsin, Iowa  ​ແລະ Virginia ​ໃນ​ຂະນະ​ທີ່​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Romney ​ໄດ້ດຳ​ເນີນ​ການ​ຂົນຂວາຍຜູ້​ມີ​ສິດ​ເລືອກ​ຕັ້ງຢູ່ New Hampshire  ​ແລະ Colorado ກ່ອນ​ທີ່​ຈະໄປ Ohio, Iowa, Pennnsylvania ​ໃນ​ວັນ​ທີ 5/11.

 

 

 

ຂ່າວ/ບົດ​ອື່ນ