ປະທານາທິບໍດີ Obama ​ໄປ​ປ່ອນ​ບັດ​ກ່ອນ​ກຳນົດ​ເວລາ

ປະທານາທິບໍດີ Obama ​ໄປ​ປ່ອນ​ບັດ​ກ່ອນ​ກຳນົດ​ເວລາ - ảnh 1

ທ່ານ Obama ​ໄປ​ປ່ອນ​ບັດ​ກ່ອນ​ກຳນົດ​ເວລາຢູ່ Chicago

(ພາບ:giaoduc.net.vn)

(VOV)- ຕອນ​ເຊົ້າວັນ​ທີ 26/10, ຕາມ​ເວລາ​ຫວຽດນາມ, ປະທານາທິບໍດີ ອາ​ເມ​ລິ​ກາ B.Obama ​​ໄດ້ໄປ​ບ່ອນ​ບັດ​ເລືອກ​ຕັ້ງປະທານາທິບໍດີ​ກ່ອນ​ກຳນົດ​ເວລາຊື່​ງຈະ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 6/11 ຈະ​ມາ​ເຖິງ. ​ເປັນ​ອັນວ່າ, ທ່ານ Obama ​ໄດ້​ກາຍ​ເປັນປະທານາທິບໍດີອາ​ເມ​ລິ​ກາ ຜູ້​ທຳ​ອິດ​ຂອງ​ປະ​ເທດ​ນີ້ ​ໄປ​ປ່ອນ​ບັດ​ໂດຍ​ກົງ​ກ່ອນ​ວັນ​ເລືອກ​ຕັ້ງ. ຄະນະ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງຂອງທ່ານ Obama  ຫວັງ​ວ່າ ການ​ກະທຳ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນີ້​ຈະ​ສົ​່ງ​ເສີມ​ຜູ້​ສະໜັບສະໜູນປະທານາທິບໍດີ ອາ​ເມ​ລິ​ກາ ຄົນ​ປະຈຸ​ບັນມີ​ບັນດາ​ການ​ກະທຳ​ຄ້າຍຄື​ກັນ. ຕົວ​ເລກ​ສະຖິຕິ​ໃຫ້​ເຫັນ​ວ່າ, ມາ​ຮອດ​ປະຈຸ​ບັນ, ມີ 18% ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງຈົດ​ທະບຽນ​ໃຫ້​ຮູ້​ວ່າໄດ້ໄປ​ບ່ອນ​ບັດ​ເລືອກ​ຕັ້ງກ່ອນ​ກຳນົດ​ເວລາ, ​ໃນ​ນັ້ນ 55% ​ໄດ້​ເລືອກ​ຕັ້ງທ່ານ  Obama  ​ແລະ 40% ​ເລືອກທ່ານ Mitt Romney ຜູ້​ອອກ​ສະໝັກ​ຮັບ​ເລືອ​ກຕັ້ງສັງກັດພັກສາ​ທາ​ລະນະ​ລັດ. ຜູ້​ມີ​ສິດ​ເລືອກ​ຕັ້ງອາ​ເມ​ລິ​ກາ ປະມານ 31% ​ໄດ້​ຢັ້ງຢືນ​ວ່າ​ມີ​ແຜນການຈະໄປ​ບ່ອນ​ບັດ​ເລືອກ​ຕັ້ງກ່ອນ​ກຳນົດ​ເວລາ. ການ​ສົ່ງ​ເສີມຜູ້​ມີ​ສິດ​ເລືອກ​ຕັ້ງໄປ​ບ່ອນ​ບັດ​ເລືອກ​ຕັ້ງກ່ອນ​ກຳນົດ​ເວລາ​ແມ່ນ​ໜຶ່ງ​ໃນ​ບັນດາ​ຍຸດ​ທະ​ສາດ​ຂອງ​ປະທານາທິບໍດີ ​Obama ເພື່ອ​ແນ່​ໃສ່​ເຕົ້າ​ໂຮມ​ບັດ​​ເລືອກ​ຕັ້ງ ​ແລະ ອາດ​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ກັນ​ຢູ່​ບັນດາ​ລັດ​ເລືອກ​ຕັ້ງສຳຄັນ.

 

 

 

ຂ່າວ/ບົດ​ອື່ນ