ປະທານາທິບໍດີ Putin ປະຕິເສດຂ່າວລັດເຊຍສອດແນມທ່ານTrump

ປະທານາທິບໍດີ Putin ປະຕິເສດຂ່າວລັດເຊຍສອດແນມທ່ານTrump - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: AFP/TTXVN)

(vovworld) - ວັນ​ທີ 17/01 ​ເມື່ອ​ວິຈານ​ກ່ຽວ​ກັບ​​ຂ່າວ​ຄາວ​ທີ່ວ່າ ລັດ​ເຊຍ ສອດ​ແນມ​ຕ້ານ​ຄືນ​ທ່ານປະທານາທິບໍດີ Donald Trump ຜູ້​ຫາ​ກໍ່​ຮັບ​ໄຊ​ຊະນະໃນ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ຖື​ວ່າ: ບັນດາຜູ້​ທີ່​ຍົກ​ອອກ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນຫາ​ນີ້ ແມ່ນບໍ່​ຮູ້ຈັກ​ເຖິງຂອບ​ເຂດ​ຈຳກັດ​ຄຸນສົມບັດ ​ແລະ ​ຂ່າວທີ່ ລັດ​ເຊຍ ສອດ​ແນມ​ທ່ານ Donald Trump ​ແມ່ນ​ການເສກ​ສັນ​ປັ້ນ​ແຕ່ງ. ກ່າວ​ຄຳ​ເຫັນ​ພາຍຫລັງ​ການ​ເຈລະຈາ​ກັບ​ທ່ານ Iror Dodon ປະທານາທິບໍດີ Moldova , ທ່ານ Putin ປະຕິ​ເສດ​​ຂ່າວຄາວ​ຢູ່ ອາ​ເມ​ລິ​ກາ​ທີ່ວ່າ ທ່ານ Trump ມີ​ການສຳ​ພັດກັບ​ສາວ​ໂສ​ເພນີ​ຢູ່ ມົດ​ສະ​ກູ. ການ​ນຳ ລັດ​ເຊຍ ຢືນຢັນ​ວ່າ ທ່ານ​ບໍ່​ເຄີຍ​ພົບ​ກັບ​ທ່ານ Trump ​ແລະ ບໍ່​ລຶ້ງ​ເຄີຍ​ກັບ​ທ່ານ, ດັ່ງ​ນັ້ນ ບໍ່​ມີ​ເຫດຜົນ​ໃດໆ ​ເພື່ອກ່າວ​​ໂຈມ​ຕີ, ຕຳ​ໜິຕິຕຽນ ຫຼື ປົກປ້ອງ​​ປະທານາທິບໍດີ Trump.

 

 

ຕອບກັບ

ຂ່າວ/ບົດ​ອື່ນ