ປະທານາທິບໍດີ Sudan ໃຕ້ອອກຄຳສັ່ງໃຫ້ກອງທັບຢຸດຍິງ

ປະທານາທິບໍດີ Sudan ໃຕ້ອອກຄຳສັ່ງໃຫ້ກອງທັບຢຸດຍິງ - ảnh 1
ທ່ານ​ປະທານາທິບໍ​ດີ Sudan ​ໃຕ້​ Salva Kiir
(ພາບອີນເຕີແນດ)


(vovworld) – ວັນ​ທີ 28/08, ທ່ານ​ປະທານາທິບໍ​ດີ Sudan ​ໃຕ້​ Salva Kiir, ​ໄດ້​ອອກຄຳ​ສັ່ງ​ໃຫ້​ກອງທັບ​ຢຸດຕິ​​ໃນການ​ປະ​ທະ​ກັນ​ກັບ​ກຳລັງ​ລຸກ​ຮື້​ຂຶ້ນ ​ເພື່ອ​ແນ​ໃສ່​ປະຕິບັດ​ຂໍ້​ຕົກລົງ​ສັນຕິພາບ ກ່ອນ​ກຳນົດ​ເວລາ​ຢຸດ​ຍິງ​ຮອບດ້ານ ​ເຊິ່ງມີ​ຜົນ​ສັກ​ສິດນັບ​ແຕ່​ວັນ​ທີ 29/08. ​ໂຄສົກ​ຂອງ​ປະທານາທິບໍດີ, ທ່ານ Ateny Wek Ateny ​ໃຫ້​ຮູ້​ວ່າ, ທ່ານ​ປະທານາທິບໍດີ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ພົນທະຫານ​ຢຸ​ດຍິງ​ ​ແລະ ຢູ່ຄ້າຍທະຫານ​ຂອງ​ຕົນ​, ​ແຕ່​ສາ​ມາດ​ຍິງ​ປ້ອງ​ກັນ​ຕົວ​ຖ້າ​ຫາກ​ຖືກ​ບຸກ​ໂຈມ​ຕີ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 28/08, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຢູ່ Sudan ​ໃຕ້​ ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ໂດຍ​ທັນທີ, ພ້ອມ​ທັງ​ກ່າວ​ເຕື່ອນຈະ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ ​ສຳລັບ​ບັນດາ​ເປົ້າ​ໝາຍ​ທຳລາຍ​ຂໍ້​ຕົກລົງ​ນີ້.

ຂ່າວ/ບົດ​ອື່ນ