ປະທານາທິບໍດີ Tanzania ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ຫວຽດນາມ

(VOVWORLD) - ວັນທີ 01 ສິງຫາ, ທີ່ນະຄອນຫລວງ Dar Es Salaam ຂອງ Tanzania, ທ່ານ ຫງວຽນກິມແຢວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ Tanzania
ປະທານາທິບໍດີ Tanzania ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ຫວຽດນາມ - ảnh 1 ທ່ານ ຫງວຽນກິມແຢວງ ຍື່ນສານຕາຕັ້ງເຖິງທ່ານປະທານາທິບໍດີ Tanzania John Magufuli (ພາບ: ຫວຽດນາມ+)

ໄດ້ຍື່ນສານຕາຕັ້ງເຖິງທ່ານປະທານາທິບໍດີ Tanzania John Magufuli. ທີ່ການຕ້ອນຮັບ ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານປະທານາທິບໍດີ Magufuli ຕີລາຄາສູງການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ຫວຽດນາມ - Tanzania. ສືບທອດຜົນສຳເລັດຂອງບໍລິສັດໂທລະຄົມ Viettel Tanzania, ທ່ານປະທານາທິບໍດີ Magufuli ປາດຖະໜາວ່າ ບັນດານັກລົງທຶນ ຫວຽດນາມ ເອົາໃຈໃສ່ເຖິງຕະຫລາດ Tanzania ແລະ ໃຫ້ຮູ້ວ່າ: ລັດຖະບານ Tanzania ຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ຫວຽດນາມ ຢູ່ປະເທດນີ້.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນກິມແຢວງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ Tanzania ແລະ ໃນນາມສ່ວນຕົວທ່ານເອງ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ