ປະທານາທິບໍດີ Venezuela Hugo Chavez ໄດ້ລ່ວງລັບໄປ

(vovworld) -  ວັນ​ທີ 6/3, ສື່​ມວນ​ຊົນ​ຢ່າງ​ເປັນ​ທາງ​ການ​ຂອງ​ລັດ Venezuela ​ໄດ້​​ແຈ້ງ​ຂ່າວວ່າ: ປະທານາ​ທິບໍດີ Venezuela Hugo Chavez ​ອາ​ຍຸ 58 ປີໄດ້​ລ່ວງ​ລັບ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 6/3 ຕາມ​ເວລາ ຫວຽດນາມ ຢູ່ ນະຄອນຫລວງ Caracas ພາຍຫລັງ​ປິ່ນປົວ​ພະຍາດ​ມ​ະ​ເຮ​ັງ​​ໃນ​ໄລຍະເກືອບ 2 ປີ. ​ໂລກ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່ Venezuela ຕໍ່​ການ​ລ່ວງ​ລັບ​ໄປ​ຂອງ​ຜູ້ນຳ​ທີ່​ມີ​ການ​ປະກອບສ່ວນ​ສຳຄັນ​ຫລາຍ​ຢ່າງ​ໃຫ້​ແກ່ Venezuela ​ແລະ​ໃຫ້ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ຂະ​ບວນການ​ຝ່າຍ​ຊ້າຍ.

ປະທານາທິບໍດີ Venezuela Hugo Chavez ໄດ້ລ່ວງລັບໄປ - ảnh 1
ທ່ານ Hugo Chavez
ພາບ:internet

ຂ່າວ​ຄາວ​ກ່ຽວ​ກັບ​ການ​ລ່ວງ​ລັບ​ໄປ​ຂອງ​ທ່ານ Hugo Chavez ​ໂດຍ​ທ່ານ​ຮອງ​ປະທານາທິບໍດີ Nicolas Maduro ປະກາດ​​ຖືກ​ຖ່າຍ​ທອດໂດຍ​ກົງທາງ​ໂທລະພາບຈາກໂຮງໝໍ​ກອງທັບ​ທີ່ ນະຄອນຫລວງ Caracas. ທ່ານ Maduro ກໍ​ຮຽກຮ້ອງ​ໃຫ້​ທົ່ວ​ປວງ​ຊົນຕ້ອງ​ສາມັກຄີ​ກັນ ຍິ່ງ​ກວ່າ​ເວລາ​ໃດ​ໝົດ​ ​ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ລັດຖະບານ. Venezuela ປະກາດ​ຈະ​ໄວ້​ທຸກ​​ໃຫ້​ແກ່​ທ່ານ Hugo Chavez ໃນ​ທົ່ວ​ປະ​ເທດ​​​ເປັນເວລາ 7 ວັນ. ພິທີ​ປົ່ງ​ສົບ​ທ່ານ Hugo Chavez ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 8/3 ຈະ​ມາ​ເຖິງ.

​ເມື່ອ​ໄດ້​ຮັບ​ຂ່າວ​ຄາວ​ດັ່ງກ່າວ, ການ​ນຳ​ໃນ​ໂລກ​ຫລາຍ​ທ່ານ ​ແລະ ທ່ານ​ເລຂາທິການ​ໃຫຍ່ ສປຊ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ຕໍ່​ກັບ Venezuela ຕໍ່ຫນ້າ​ການ​ລ່ວງ​ລັບ​ໄປ​ຂອງ​ຜູ້ນຳ Venezuela Hugo Chavez ​ແລະ ຍ້ອງຍໍ​ສັນລະ​ເສີນ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ທ່ານ Hugo Chavez ​ໃຫ້​ແກ່ Venezuela, ອາ​ເມ​ລິ​ກາ​   ລາຕີ​ນ.

ສຳລັບ ຫວຽດນາມ​ແລ້ວ, ການ​ລ່ວງ​ລັບ​ໄປ​ຂອງ​ທ່ານ Hugo Chavez ກໍ​ແມ່ນການ​ສູນ​ເສຍ​ອັນ​ໃຫຍ່​ຫລວງ, ບໍ່​ພຽງ​ແຕ່​ຮຽງ​ບ່າ​ຮຽງ​ໄຫລ່​ກັບ ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ຍາດ​ເອົາ​​ເອກະລາດ​ຂອງປະ​ເທດ​ຊາດ​ກ່ອນ​ນີ້​ເທົ່າ​ນັ້ນ ຫາກ​​ໃນ​ພາລະກິດ​ສ້າງສາ ​ແລະ ປ່ຽນ​ແປງ​ໃຫມ່​ປະ​ເທດ​ຊາດ​ປະຈຸ​ບັນ, ຍາມ​ໃດ ຫວຽດນາມ ​ກໍ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຂອງ​ ເພື່ອນ​ບ້ານ Venezuela,​​ໃນ​ນັ້ນ ມີ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫລວງ​ຂອງ​ປະທານາທິບໍດີ Hugo Chavez.

ວັນ​ທີ 6/3, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ປະ​ທານປະ​ເທດ ​ເຈືອງ​ເຕີນ​ຊາງ, ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ເຖິງ​ທ່ານ Diosdado Cabello ຮອງ​ປະທານ​ທີຫນຶ່ງ​ພັກ​ສັງຄົມ​ນິຍົມ​ເອກະ​ພາບ Venezuela, ປະທານ​ສະພາ​ແຫ່ງ​ຊາດ Venezuela  ​ແລະ ທ່ານ​ Nicolas Maduro ຮອງ​ປະທານາທິບໍດີ Venezuela ຕໍ່​ຫນ້າການ​ລ່ວງ​ລັບ​ໄປ​ຂອງ​ທ່ານ Hugo Chavez. ​ໃນ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ, ການ​ນຳ ຫວຽດນາມ ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫລົດ​ໃຈ​ຢ່າງ​ເລິກ​ເຊິ່ງມາ​ຍັງ​ພັກ, ລັດ, ລັດຖະບານ, ປະຊາຊົນ Venezuela  ​ແລະ ຄອບຄົວ​ທ່ານ​ປະທານາທິບໍດີ Hugo Chavez ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະ​ເທດ​ຊາດ ​ແລະ ປະຊາຊົນ Venezuela ຈະ​ຜ່ານ​ຜ່າ​ຄວາມ​ສູນ​ເສຍ​ນີ້​​ໂດຍ​ໄວ, ສືບ​ຕໍ່​ບັນລຸ​ຜົນງານ​ໃຫຍ່​ຫລວງຫລາ​ຍຢ່າງ.

​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ທີ່​ຕາງຫນ້າ​ໃຫ້​ການ​ນຳ​ພັກ, ລັດ ​ແລະ ລັດຖະບານ ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ນຳ​ຫນ້າ ​ໄດ້​ເດີນທາງ​ໄປ​ເຖິງ Venezuela ​ເຂົ້າ​ຮ່ວມ​ພິທີ​ປົ່ງ​ສົບ​ທ່ານ​ປະທານາທິບໍດີ Hugo Chavez ​ໂດຍ ລັດຖະບານ Venezuela ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 8/3 ຈະ​ມາ​ເຖິງ. ​​ໃນ​ວັນ​ດຽວ​ກັນ, ທ່ານ ຟ້າ​ມບິ່ງ​ມີນ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ກໍ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ມາ​ຍັງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Venezuela, Elias Jaua.

ຂ່າວ/ບົດ​ອື່ນ