ປະທານາທິບໍດີ V.Putin: ບັນດາອົງການສືບລາຊະການລັບຝ່າຍຕາເວັນຕົກ ເຂົ້າຮ່ວມການບຸກໂຈມຕີກໍ່ການຮ້າຍຢູ່ ລັດເຊຍ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimiar Putin ຖະແຫຼງວ່າ, ບັນດາອົງການສືບລາຊະການລັບຝ່າຍຕາເວັນຕົກ ພວມຊ່ວຍ Kiev ກະກຽມບັນດາການບຸກໂຈມຕີກໍ່ການຮ້າຍຢູ່ບັນດາເຂດໃໝ່ຂອງ ລັດເຊຍ.
ປະທານາທິບໍດີ V.Putin: ບັນດາອົງການສືບລາຊະການລັບຝ່າຍຕາເວັນຕົກ ເຂົ້າຮ່ວມການບຸກໂຈມຕີກໍ່ການຮ້າຍຢູ່ ລັດເຊຍ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimiar Putin ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ
(ພາບ: Kremlin.ru)

        ວັນທີ 05 ເມສາ, ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ, ທ່ານປະທານາທິບໍດີ ລັດເຊຍ Vladimiar Putin ຖະແຫຼງວ່າ, ບັນດາອົງການສືບລາຊະການລັບຝ່າຍຕາເວັນຕົກ ພວມຊ່ວຍ Kiev ກະກຽມບັນດາການບຸກໂຈມຕີກໍ່ການຮ້າຍຢູ່ບັນດາເຂດໃໝ່ຂອງ ລັດເຊຍ. ການນຳ ລັດເຊຍ ຖືວ່າ, ກະຊວງພາຍໃນ, ຫ້ອງການໄອຍະການ, ຄະນະກຳມະການສືບສວນ ແລະ ບັນດາອົງການປະຕິບັດກົດໝາຍອື່ນຂອງ ລັດເຊຍ ກໍ່ຄືບັນດາອົງການສືບລາຊະການລັບ ຕ້ອງມານະພະຍາຍາມຢ່າງສຸດຂີດ ເພື່ອຮັບປະກັນຄວາມປອດໄພໃນການດຳລົງຊີວິດຂອງປະຊາຊົນ, ປົກປ້ອງເຂົາເຈົ້າ ແລະ ຊັບສົມບັດຂອງເຂົາເຈົ້າໃຫ້ຫຼຸດພົ້ນອອກຈາກການຖືກຄວບຄຸມ ແລະ ການໃຊ້ຄວາມຮຸນແຮງ.

        ບັນດາເຂດຄື: Donetsk, Lugansk, Kherson ແລະ Zaporozhie ໄດ້ກາຍເປັນເຂດເຈົ້າກຳໃໝ່ຂອງ ລັດເຊຍ ພາຍຫຼັງການລົງປະຊາມະຕິ, ຜູ້ເຂົ້າຮ່ວມການປ່ອນບັດສ່ວນຫຼາຍໄດ້ສະໜັບສະໜູນເລື່ອງໂຮມເຂົ້າ ລັດເຊຍ. ໃນວັນທີ 30 ກັນຍາ 2022, ທ່ານປະທານາທິບໍດີ Putin ແລະ ຜູ້ນຳໜ້າບັນດາເຂດໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບເລື່ອງຮັບເອົາເຂດຜືນແຜ່ນດິນໃໝ່ໂຮມເຂົ້າ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ