ປະທານາທິບໍດີ ຄົນໃໝ່ຂອງ ບຣາຊີນ ສາບານຕົວດໍາລົງຕໍາແໜ່ງ

(VOVWORLD) -ທ່ານ Bolsonaro ໃຫ້ຄໍາໝັ້ນສັນຍາວ່າ ຈະປະຕິບັດບັນດາຫຼັກການປະຊາທິປະໄຕ, ເດັດດ່ຽວປາບປາມການສໍ້ລາດບັງຫຼວງ, ອາດຊະຍາກໍາ ແລະ ປັບປຸງພື້ນຖານເສດຖະກິດໃຫ້ດີຂຶ້ນ.
ປະທານາທິບໍດີ ຄົນໃໝ່ຂອງ ບຣາຊີນ ສາບານຕົວດໍາລົງຕໍາແໜ່ງ - ảnh 1ທ່ານ Jair Bolsonaro ທີ່ພິທີສາບານຕົວດໍາລົງຕໍາແໜ່ງ (ພາບ: Reuters)

ທ່ານ Jair Bolsonaro ໄດ້ຮັບດໍາລົງຕໍາແໜ່ງເປັນປະທານາທິບໍດີ ບຣາຊີນ ຄົນໃໝ່ ຢ່າງເປັນທາງການນັບແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ, ຢູ່ສໍານັກງານສະພາແຫ່ງຊາດ ທີ່ນະຄອນຫຼວງ Brasilia. ເມື່ອກ່າວຄໍາເຫັນ ຕໍ່ສະພາແຫ່ງຊາດ ພາຍຫຼັງໄດ້ຮັບດໍາລົງຕໍາແໜ່ງ, ທ່ານ Bolsonaro ໃຫ້ຄໍາໝັ້ນສັນຍາວ່າ ຈະປະຕິບັດບັນດາຫຼັກການປະຊາທິປະໄຕ, ເດັດດ່ຽວປາບປາມການສໍ້ລາດບັງຫຼວງ, ອາດຊະຍາກໍາ ແລະ ປັບປຸງພື້ນຖານເສດຖະກິດໃຫ້ດີຂຶ້ນ.

        ກ່ອນໜ້ານັ້ນ, ວັນທີ 27 ທັນວາ 2018, ລັດຖະບານໃໝ່ຂອງ ທ່ານ Bolsonaro ໃຫ້ຮູ້ ວ່າ ຈະກໍານົດຢ່າງຈະແຈ້ງບັນດານະໂຍບາຍບຸລິມະສິດ ພາຍໃນ 10 ວັນ ພາຍຫຼັງທີ່ເຂົ້າ ເຄື່ອນໄຫວ. ຕໍ່ຈາກນັ້ນ ກໍຈະພິຈາລະນາບັນດາຂໍ້ຕົກລົງທັງໝົດ ທີ່ໄດ້ຍົກອອກມາໃນ 2 ເດືອນສຸດທ້າຍ ພາຍໃຕ້ອໍານາດການປົກຄອງຂອງທ່ານປະທານາທິບໍດີ Michel Temer.


ຕອບກັບ

ຂ່າວ/ບົດ​ອື່ນ