ປະທານາທິບໍດີ ຈີເລ ຢ້ຽມຢາມ ນະຄອນໂຮ່ຈິມິນ

ປະທານາທິບໍດີ ຈີເລ ຢ້ຽມຢາມ ນະຄອນໂຮ່ຈິມິນ - ảnh 1

ນະຄອນ​ໂຮ່ຈິ​ມິນ

(ພາບ: acro.vn)

( vovworld ) ​​​​ວັນ​ທີ 23/3, ປະທານາທິບໍດີ ຈີ​ເລ Sebastian Pinera Echenique ​ໄດ້​ໄປ​ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ  ​ໃນ​ຂອບ​ເຂດການ​ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ. ນະ​ທີ່​ນີ້, ປະທານາທິບໍດີ ຈີ​ເລ Sebastian Pinera Echenique ​ແລະ ພັນ​ລະ​ຍາ ​ໄດ້​ເຂົ້າຮ່ວມ​ພິທີ​ອັດເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ-​ຈີ​ເລ ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ພ້ອມ​ກັບ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຈີ​ເລ (Prochile) ປະຈຳ​ຫວຽດນາມ ສົມທົບ​ກັນ​ຈັດຕັ້ງຂຶ້ນ. ​ໃນ​ໄລຍະ​ຢູ່ຢ້ຽມຢາມ​ນະຄອນ​ໂຮ່ຈິ​ມິນ, ປະທານາທິບໍດີ ຈີ​ເລ Sebastian Pinera Echenique ຈະ​ໄປ​ຢ້ຽມຢາມ​ຫໍພິພິຕະພັນ​ຮ່ອງຮອຍ​ສົງຄາມ, ​ເຂດ​ປູ​ສະ​ນີຍະສະ​ຖານ​ອຸ​ໂມງ Cu Chi, ​ໄປ​ຢ້ຽມຢາມ​ແມ່ນ້ຳຂອງ​ໃນ​ບໍລິ​ເວນ​ແຂວງ Tien Giang ​ແລະ​ ເຂດທ່ອງ​ທ່ຽວ Quoi An ​ແຂວງ Ben Tre. ຕາມ​ແຜນການ, ວັນ​ທີ 25/3, ປະທານາທິບໍດີ ຈີ​ເລ Sebastian Pinera Echenique ຈະ​ສີ້​ນສຸດ​ການ​ຢ້ຽມຢາມ​ ຫວຽດນາມ ຢ່າງ​ຈົບງາມ.

 


ຂ່າວ/ບົດ​ອື່ນ