ປະ​ທາ​ນາ​ທິ​ບໍ​ດີ ຕີ​ມໍ​ແລັດ​ສະ​ແຕ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່​ຫວຽດ​ນາມ​ ຢ່າງ​ຈົບ​ງາມ

(VOVWORLD) - ໃນໄລຍະຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ທ່ານປະທານາທິບໍດີ ຕີມໍແລັດສະແຕ Jose Ramos-Horta ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມຢາມສູ້ສານໄວ້ອາໄລປະທານໂຮ່ຈີມິນ, ແລະວາງພວງມາລາ ຢູ່ອະນຸສາວາລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.
ປະ​ທາ​ນາ​ທິ​ບໍ​ດີ ຕີ​ມໍ​ແລັດ​ສະ​ແຕ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່​ຫວຽດ​ນາມ​ ຢ່າງ​ຈົບ​ງາມ - ảnh 1ທ່ານ Jose Ramos-Horta ປະທານາທິບໍດີ ຕີມໍແລັດສະແຕ (ພາບ: TTXVN)

ຕອນຄ່ຳວັນທີ 3 ສິງຫາ, ທ່ານ Jose Ramos-Horta ປະທານາທິບໍດີ ຕີມໍແລັດສະແຕ ແລະ ຄະນະຜູ້ແທນຂັ້ນສູງ ຕີມໍແລັດສະແຕ ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 31 ກໍລະກົດ - 3 ສິງຫາ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ.

ໃນໄລຍະຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ທ່ານປະທານາທິບໍດີ ຕີມໍແລັດສະແຕ Jose Ramos-Horta ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມຢາມສູ້ສານໄວ້ອາໄລປະທານໂຮ່ຈີມິນ, ແລະວາງພວງມາລາ ຢູ່ອະນຸສາວາລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານ Jose Ramos-Horta ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ເປັນສັກຂິພິຍານພິທີເຊັນສັນຍາຍົກເວັ້ນວິຊາສອງຝ່າຍໃຫ້ແກ່ຜູ້ມີໜັງສືຜ່ານແດນການທູດ, ໜັງສືຜ່ານແດນລັດຖະກອນ. ທ່ານປະທານາທາບໍດີ Jose Ramos-Horta ກໍ່ໄດ້ພົບປະກັບທ່ານນາຍົກລັດຖະມົຕນີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.

ຕອບກັບ

ຂ່າວ/ບົດ​ອື່ນ