ປະທານາທິບໍດີ ຕວກກີ ອາດສາມາດຈະດຳເນີນການເລືອກຕັ້ງກ່ອນກຳນົດເວລາ

ປະທານາທິບໍດີ ຕວກກີ ອາດສາມາດຈະດຳເນີນການເລືອກຕັ້ງກ່ອນກຳນົດເວລາ - ảnh 1
ທ່ານ​ປະທານາທິບໍດີ ຕວກກີ Recep Tayyip Erdogan
(ພາບ: EPA/TTXVN)

(vovworld) – ​​ ວັນ​ທີ 13/01 ທ່ານ​ປະທານາທິບໍດີ ຕວກກີ Recep Tayyip Erdogan ຢືນຢັນ​ວ່າ ອາດ​ຈະ​ຄິດ​ໄລ່​ເຖິງ​ຄວາມ​ສາມາດ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ ຖ້າ​ຫາກ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ບໍ່​ສາມາດ​ສຳ​ເລັດ​ວຽກ​ງານ​ຂອງ​ຕົນ, ​ໃນ​ສະພາວະ​ບັນດາ​ສະມາຊິກ​ລັດຖະສະພາ​ພວມ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ປັບປຸງລັດຖະທຳ​ມະນູນ ທີ່​ຈະນຳ​ມາ​​ເຊິ່ງ​ລະບອບ​ປະທານາທິບໍດີ​ຮອບດ້ານ ຊ່ວຍ​ໃຫ້​​ເພີ່ມ​ສິດ​ອຳນາດ​ຕື່ມ​ອີກ​ໃຫ້​ທ່ານ Tayyip Erdogan. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານປະທານາທິບໍດີ Tayyip Erdogan ​ເວົ້າ​ວ່າ: ຍາມ​ໃດທ່ານກໍ່​ຄັດຄ້ານ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ ​ແຕ່​ບາງ​ເທື່ອ​ຈະ​ຕ້ອງ​ດຳ​ເນີນ​ກ່ອນ​ກຳນົດ​ເວລາ ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ ວິວັ​ດການ​ປຶກສາ​ຫາລື​ກ່ຽວ​ກັບ​ການປະຕິ​ຮູບ​ລັດຖະທຳ​ມະນູນ​ຈະ​ສຳ​ເລັດ​ໃນ​ອາທິດ​ນີ້.

        ກ່ອນ​ໜ້າ​ນັ້ນ ສະພາ​ແຫ່ງ​ຊາດ ຕວກກີ ​ໄດ້​ຮັບຮອງ​ເອົາ​ເພີ່ມ​ເຕີ່​ມບັນດາ​ມາດຕາ​ຕົ້ນຕໍຂອງ​ການ​ປະຕິ​ຮູບ​ລັດຖະທຳ​ມະນູນຕື່ມ​ອີກ, ຕາມ​ນັ້ນ​ຈະອະນຸຍາດ​ໃຫ້ ປະທານາທິບໍດີ ​ເປັນ​ສະມາຊິກ​ຂອງ​ພັກ​ການ​ເມືອງ​ໜຶ່ງ ​ແລະ ມີ​ສິດ​ອອກບັນດາລັດຖະດຳລັດ​.

ຕອບກັບ

ຂ່າວ/ບົດ​ອື່ນ