ປະທານາທິບໍດີ​ ບັງ​ກະລາ​ເທດ ປາດຖະໜາຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນຫຼາຍຂົງ​ເຂດ

(VOVWORLD) -  ວັນທີ 23 ທັນວາ, ຢູ່ທໍານຽບປະທານາທິບໍດີ ບັງກະລາເທດ, ທ່ານ ຟ້າມຫວຽດຈ໊ຽນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ບັງກະລາເທດ ໄດ້ຍື່ນຈົດໝາຍມອບສິດຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຕໍ່ທ່ານປະທານາທິບໍດີ ບັງກະລາເທດ Md. Abdul Hamid.
ປະທານາທິບໍດີ​ ບັງ​ກະລາ​ເທດ ປາດຖະໜາຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນຫຼາຍຂົງ​ເຂດ - ảnh 1ທ່ານປະທານາທິບໍດີ ບັງກະລາເທດ Md. Abdul Hamid(ພາບ: dhakatribune)

       ທີ່ການຕ້ອນຮັບ ພາຍຫຼັງພິທີຍື່ນຈົດໝາຍມອບສິດ, ທ່ານປະທານາທິບໍດີ Abdul Hamid ເນັ້ນໜັກວ່າ ສອງປະເທດ ມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ; ພ້ອມທັງປາດຖະໜາວ່າ ໃນຖານະຕໍາແໜ່ງຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະຊຸກຍູ້ການພົວພັນສອງຝ່າຍໃຫ້ດີງາມ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ.

        ສ່ວນທ່ານ ເອກອັກຄະລັດຖະທູດ ຫວຽດນາມ ຟ້າມຫວຽດຈ໊ຽນ ຢັ້ງຢືນວ່າ ດ້ວຍການສະໜັບສະໜູນຂອງທ່ານປະທານາທິບໍດີ ແລະ ລັດຖະບານ ບັງກະລາເທດ, ທ່ານຈະມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໃນຫຼາຍດ້ານຂອງສອງປະເທດ, ໂດຍສະເພາະແມ່ນວົງເງິນການຄ້າສອງສົ້ນ ໃຫ້ບັນລຸໄດ້ລື່ນກາຍລະດັບ 1 ຕື້ USD ແລະ ໃຫ້ບັນລຸລະດັບ 2 ຕື້ USD ໂດຍໄວ, ເໝາະສົມກັບກໍາລັງຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ