ປະທານາທິບໍດີ ບຣາຊິນ ໂຈະການໄປປະຕິບັດງານຢູ່ ຈີເລ ຍ້ອນໄພນ້ຳຖ້ວມໜັກໜ່ວງທີ່ເກີດຂຶ້ນຢູ່ພາຍໃນປະເທດ

(VOVWORLD) - ຂໍ້ຕົກລົງໂຈະການໄປປະຕິບັດງານນີ້ໄດ້ດຳເນີນໃນສະພາບການຝົນຕົກໜັກ ແລະ ນ້ຳຖ້ວມເກີດຂຶ້ນຢ່າງລຽນຕິດໃນຫຼາຍວັນຜ່ານມາຢູ່ທິດໃຕ້ ບຣາຊິນ ໄດ້ເຮັດໃຫ້ເກືອບ 150 ຄົນເສຍຊີວິດ
ປະທານາທິບໍດີ ບຣາຊິນ ໂຈະການໄປປະຕິບັດງານຢູ່ ຈີເລ ຍ້ອນໄພນ້ຳຖ້ວມໜັກໜ່ວງທີ່ເກີດຂຶ້ນຢູ່ພາຍໃນປະເທດ - ảnh 1ກຳລັງກູ້ໄພກູ້ຊີບ ອົບພະຍົບປະຊາຊົນອອກຈາກເຂດອັນຕະລາຍ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 13 ພຶດສະພາ, ກະຊວງການຕ່າງປະເທດ ບຣາຊິນ ປະກາດວ່າ ທ່ານປະທານາທິບໍດີ Luiz Inacio Lula da Silva ໄດ້ໂຈະການໄປປະຕິບັດງານຢູ່ ຈີເລ ໃນອາທິດນີ້ເພື່ອສຸມໃສ່ເຂົ້າວຽກງານຮັບມືຂອງລັດຖະບານຕໍ່ໜ້າສະພາບການນຳ້ຖ້ວມຢ່າງໜັກໜ່ວງທີ່ເກີດຂຶ້ນຢູ່ພາກໃຕ້ ບຣາຊິນ. ຂໍ້ຕົກລົງໂຈະການໄປປະຕິບັດງານນີ້ໄດ້ດຳເນີນໃນສະພາບການຝົນຕົກໜັກ ແລະ ນ້ຳຖ້ວມເກີດຂຶ້ນຢ່າງລຽນຕິດໃນຫຼາຍວັນຜ່ານມາຢູ່ທິດໃຕ້ ບຣາຊິນ ໄດ້ເຮັດໃຫ້ເກືອບ 150 ຄົນເສຍຊີວິດ ແລະ ເຮັດໃຫ້ປະຊາຊົນນັບພັນໆຄົນຕ້ອງປະລະເຮືອນຢູ່ຂອງຕົນ.

        ວົງການເຈົ້າໜ້າທີ່ລັດ Rio Grande do Sul, ທາງໃຕ້ສຸດຂອງ ບຣາຊິນ ໄດ້ຢັ້ງຢືນຈຳນວນຜູ້ເສຍຊີວິດຍ້ອນໄພນ້ຳຖ້ວມຂຶ້ນເຖິງ 147 ຄົນ, ໃນຂະນະຍັງມີ 127 ຄົນຖືກຫາຍສາບສູນ, ກ່ວາ 619.000 ຄົນຕ້ອງປະລະເຮືອນຊານບ້ານຊ່ອງໃນຂະນະທີ່ຝົນຍັງຕົກຢູ່. ຫຼາຍເຂດຢູ່ນະຄອນ Porto Alegre ມີພົນລະເມືອງ 1,4 ລ້ານຄົນ, ເຊິ່ງເປັນເມືອງເອກຂອງລັດ Rio Grande do Sul, ຍັງຢູ່ໃນສະພາບນ້ຳຖ້ວມ. ປະຈຸບັນ, ການເຄື່ອນໄຫວກູ້ໄພກູ້ຊີບຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ