ປະທານາທິບໍດີ ປອກຕຸການ ປາດຖະໜາວ່າ ການພົວພັນລະຫວ່າງປອດຕຸການ - ຫວຽດນາມ ນັບມື້ນັບພັດທະນາ

ປະທານາທິບໍດີ ປອກຕຸການ ປາດຖະໜາວ່າ ການພົວພັນລະຫວ່າງປອດຕຸການ - ຫວຽດນາມ ນັບມື້ນັບພັດທະນາ - ảnh 1
​ທ່ານ​ປະທານາທິບໍດີ Anibal Cavaco Silva
(ພາບປະກອບ: News.cn)


(vovworld) – ວັນ​ທີ 20/01, ຢູ່ Lisbon, ນະຄອນຫຼວງ ປອກຕຸການ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິ​ສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ຫງວຽນ​ງອກ​ເຊີນ ​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຂຶ້ນ​ທ່ານ​ປະທານາທິບໍດີປອກຕຸ​ການ Anibal Cavaco Silva. ພາຍ​ຫຼັງພິທີຍື່ນ​ສານ​ຕາ​ຕັ້ງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ງອກ​ເຊີນ ​ໄດ້​ຝາກ​ຄຳ​ຢື້​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ ​ແລະ ຝາກ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​​ເຈືອງ​ເຕີນ​ຊາງ ທີ່​ເຊີນ​ທ່ານ​ປະທານາທິບໍດີ Anibal Cavaco Silva ມາ​ຢ້ຽມຢາມ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ​​ໄດ້​ແຈ້ງ​ໃຫ້​ຊາບ​​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງ​ຄົມ​ຂອງ​ຫວຽດນາມ, ສະພາບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ປີ 2015 ​ເຊິ່ງ​ແມ່ນ​ປີ​ທີ່ 2 ປະ​ເທດສະ​ເຫຼີ​ມສະຫຼອງ 500 ປີ​ແຫ່ງ​ວັນ​ຊາວ​ ປອກຕຸ​ການ ຄົນ​ທຳ​ອິດ​ມາ​ຫວຽດນາມ ​ແລະ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູ​ດ. ທ່ານ​ປະທານາທິບໍດີ Anibal Cavaco Silva ​ໄດ້​ຂອບ​ໃຈ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນງານ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ ​ແລະ ປາດ​ຖະໜາ​ວ່າການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ນັບ​ມື້​ນັບໄດ້ຮັບການ​ພັດທະນາ​.

ຂ່າວ/ບົດ​ອື່ນ