ປະທານາທິບໍດີ ປາແລດສະຕິນ ຢ້ຽມຢາມ ຕວກກີ

(VOVWORLD) - ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວພາຍຫຼັງການເຈລະຈາ, ທ່ານປະທານາທິບໍດີ Erdogan ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ Ankara ທີ່ມີຕໍ່ພາລະກິດແຫ່ງການຕໍ່ສູ້ຂອງປະຊາຊົນ ປາແລດສະຕິນ ແລະ ຕວກກີ...
ປະທານາທິບໍດີ ປາແລດສະຕິນ ຢ້ຽມຢາມ ຕວກກີ - ảnh 1ທ່ານປະທານາທິບໍດີ ປາແລດສະຕິນ Mahmoud Abbas
(ພາບ:AFP/TTXVN)

ວັນທີ 25 ກໍລະກົດ, ທ່ານປະທານາທິບໍດີ ປາແລດສະຕິນ Mahmoud Abbas ພວມຢູ່ຢ້ຽມຢາມ ຕວກກີ, ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ປະເທດເຈົ້າພາບ Tayyip Erdogan, ປຶກສາຫາລື ກ່ຽວກັບຫຼາຍບັນຫາຊຸກຍູ້ການພົວພັນສອງຝ່າຍ, ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວພາຍຫຼັງການເຈລະຈາ, ທ່ານປະທານາທິບໍດີ Erdogan ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ Ankara ທີ່ມີຕໍ່ພາລະກິດແຫ່ງການຕໍ່ສູ້ຂອງປະຊາຊົນ ປາແລດສະຕິນ ແລະ ຕວກກີ ຈະໜູນຊ່ວຍຈົນສຸດຄວາມສາມາດເພື່ອຮັບປະກັນຄວາມປອດໄພກໍ່ຄືຄວາມໝັ້ນຄົງໃຫ້ແກ່ຊາວ ປາແລດສະຕິນ. ທ່ານປະທານາທິບໍດີ Erdogan ກໍ່ເນັ້ນໜັກອີກເທື່ອໜຶ່ງເຖິງມາດຕະການສອງລັດ ແມ່ນວິທີແກ້ໄຂຍຸຕິທຳ ແລະ ຍາວນານໜຶ່ງດຽວ ໃຫ້ແກ່ການປະທະກັນຢູ່ ປາແລດສະຕິນ - ອິດສະຣາແອນ ພ້ອມທັງໄດ້ຄັດຄ້ານບັນດາການກະທຳທີ່ເຮັດໃຫ້ປ່ຽນແປງສະພາບຕົວຈິງໃນປະຫວັດສາດຂອງບັນດາເຂດສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ