ປະທານາທິບໍດີ ຝຣັ່ງ ຊອກຫາມາດຕະການແກ້ໄຂສະພາບຄວາມເຄັ່ງຕຶງ

(VOVWORLD) - ວັນທີ 02 ທັນວາ, ວັງ Elysées ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ບໍ່ມີບົດກ່າວຄຳເຫັນກ່ຽວກັບວິກິດການ “ເສື້ອເຫລືອງ”, 
ປະທານາທິບໍດີ ຝຣັ່ງ ຊອກຫາມາດຕະການແກ້ໄຂສະພາບຄວາມເຄັ່ງຕຶງ - ảnh 1ພາບປະກອບ: AFP/Getty

ພາຍຫລັງກອງປະຊຸມດ່ວນກັບລັດຖະບານ ແນໃສ່ຊອກຫາມາດຕະການແກ້ໄຂສະພາບຄວາມເຄັ່ງຕຶງໃນ 3 ອາທິດຜ່ານມາໃນທົ່ວປະເທດ ຝຣັ່ງ. ທ່ານປະທານາທິບໍດີ ຝຣັ່ງ ບໍ່ເຕື້ອງເຖິງການປະກາດສະພາວະສຸກເສີນອີກ, ກໍ່ຄືຄວາມອາດສາມາດຍຸບເລີກສະພາຕ່ຳ ເພື່ອຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາຄືຝ່າຍຄ້ານພວມສະເໜີ. ທ່ານປະທານາທິບໍດີ Emmanuel Macron ເນັ້ນໜັກວ່າ ບໍ່ມີການກະທຳໃຊ້ຄວາມຮຸນແຮງໃດໆເກີດຂຶ້ນໃນວັນທີ 01 ທັນວາ ທີ່ຈະສາມາດຫລຸດພົ້ນອອກຈາກການລົງໂທດຂອງກົດໝາຍໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ