ປະທານາທິບໍດີ ຝຣັ່ງ ຮຽກຮ້ອງ ເອີຣົບ ເປັນເອກະພາບ

(VOVWORLD) - ວັນທີ 18 ພະຈິກ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໄດ້ຮຽກຮ້ອງສ້າງຕັ້ງສຳພັນທະມິດ ຝຣັ່ງ - ເຢຍລະມັນ ເພື່ອໜູນຊ່ວຍ ເອີຣົບ ໃຫ້ມີຄວາມສາມາດຮັບມືຕໍ່ທຸກສິ່ງທ້າທາຍໃນອະນາຄົດ. 
ປະທານາທິບໍດີ ຝຣັ່ງ ຮຽກຮ້ອງ ເອີຣົບ ເປັນເອກະພາບ - ảnh 1  ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron  (ພາບ: AFP/TTXVN)

ໃນບົດກ່າວປາໄສທີ່ສະພາແຫ່ງຊາດສະຫະພັນ ເຢຍລະມັນ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ເນັ້ນໜັກວ່າ ເຖິງເວລາແລ້ວທີ່ ຝຣັ່ງ ແລະ ເຢຍລະມັນ ຄວນຮ່ວມມືພ້ອມກັນເພື່ອສ້າງ ເອີຣົບ ໃຫ້ທັນສະໄໝ, ມີປະສິດທິຜົນ ແລະ ປະຊາທິປະໄຕໃນອະນາຄົດ.

       ສ່ວນທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໃຫ້ຮູ້ວ່າ: ທ່ານນາງເຫັນດີ ຕໍ່ການຕີລາຄາຂອງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ທັງໝົດເມື່ອຖືວ່າ: ເອີຣົບ ພວມຢືນຢູ່ທີ່ຕັ້ງ “ບໍ່ແນ່ນອນ” ກ່ອນທີ່ການນຳ 2 ປະເທດເລີ່ມຕົ້ນດຳເນີນການປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍທາງດ້ານນະໂຍບາຍ, ແຕ່ບັນຫາງົບປະມານສະກຸນເງິນລວມ ເອີຣົບ ຕະຫລອດເຖິງບັນດານະໂຍບາຍອົບພະຍົບ ແລະ ອາກອນອິນເຕີເນັດ. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ກໍ່ຢ້ຳຄືນອີກເທື່ອໜຶ່ງເຖິງການສະໜັບສະໜູນຂອງທ່ານນາງຕໍ່ຂໍ້ສະເໜີຂອງທ່ານປະທານາທິບໍດີ ຝຣັ່ງ ກ່ຽວກັບເລື່ອງສ້າງຕັ້ງກອງທັບ ເອີຣົບ ໃນອະນາຄົດ, ເຊິ່ງແມ່ນສັນຍາລັກຂອງທະວີບແຫ່ງການທ້ອນໂຮມເປັນເອກະພາບ.

     

ຕອບກັບ

ຂ່າວ/ບົດ​ອື່ນ