ປະທານາທິບໍດີ ຝລັ່ງ Francois Hollande ເລີ່ມຕົ້ນການຢ້ຽມຢາມຫວຽດນາມ

ປະທານາທິບໍດີ ຝລັ່ງ Francois Hollande ເລີ່ມຕົ້ນການຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງຕ້ອນ​ຮັບ​ທ່ານ
ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande

(vovworld)-​​ ​ ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ, ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ໄດ້​ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ແຕ່​ວັນ​ທີ 5 -7/9/2016. ຕອນ​ເຊົ້າ​ວັນ​ທີ 6/9/2016 ຢູ່ ຮ່າ​ໂນ້ຍ, ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະ​ທ​ານ​ປະ​ເທດ ເຈີນ​ດ້າຍກວາງ ມີ​ການ​ພົບ​ປະ​ສະ​ເພາະ ແລະ ພາຍ​ຫລັງ​ການ​​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Francois Hollande. ການ​ນຳ​ສອງ​ທ່ານ ໄດ້​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ລວມ ເຮັດ​ໃຫ້​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຝ​ລັ່ງ ມຸ່ງ​ໄປ​ເຖິງວິ​ໄສ​ທັດ​ຮ່ວມ​ມື​ຍາວ​ນານ, ຕ​ອບ​ສະ​ຫນອງ​ຜົນ​ປະ​ໂຫຍດ ແລະ ຄວາມ​ເອົາ​ໃຈ​ໃສ່​ລວມ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ເພີ່ມ​ທະ​ວີການ​ແລກ​ປ່ຽນ​ພົບ​ປະ​ໃນ​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ ພ້ອມ​ທັງ​ເສີມ​ຂ​ະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ກົນ​ໄກ​ປະ​ສານ​ງານ, ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ, ໃນບັນ​ດາຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ​ບຳ​ລຸງ​ສ້າງ. ສອງ​ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ. ສອງ​​ປະ​ເທດ​ຈະ​ຮັດ​ແຫນ້ນ​ການ​ຮ່ວມ​ມື​​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ, ພິ​ເສດ ແມ່ນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ທ່ານ ປະ​ທາ​ນາ​ທິ​ບໍ​ດີ Francois Hollande ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຝ​ລັ່ງ ​ແມ່ນຮັກ​ສາ ODA ໃຫ້​ແກ່​ຫວຽດ​ນາມ. ສອງ​ຝ່າຍ​ເນັ້ນ​ຫນັກ​ວ່າ ຈະ​ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ ຮ່ວມ​ມື​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ບັນ​ດາ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ບົນ​ພື້ນ​ຖານ​ສອງ​ຝ່າຍ​ຕ່າງ​ມີ​​ຜົນ​ປະ​ໂຫຍດ. ຫວຽດ​ນາມ ແລະ ຝ​ລັ່ງ ຈະ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນທີ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ, ສືບ​ຕໍ່​ສະ​ຫນັ​ບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ຂອງ ຝ​ລັ່ງ ກັບ​ອາ​ຊີ - ປາ​ຊີ​ຟີກ ແລະ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ​ສະ​ຫະ​ພາບ​ເອີ​ລົບ. ການ​ນຳ​ສອງ​ທ່ານ​ໄດ້​ຊີ້​ແຈ້ງ ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ​ສາ​ກົນ, ຢັ້ງ​ຢືນ​ຄືນ​ຄຳ​ໝັ້​ນ​ສັນ​ຍາ​ຮັກ​ສາ​ຄວາມ​ເສ​ລີ​ການ​ເດີນ​ເຮືອ​ບົນ​ທະ​ເລ, ການ​ບິນ, ເນັ້ນ​ຫນັກ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່ ທະ​ເລ​ຕາ​ເວັນ​ອອກ ໂດຍ​ສັນ​ຕິ​ວິ​ທີ.

        ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ປະ​ທາ​ນາ​ທິ​ບໍ​ດີ Francois Hollande ​ໄດ້ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ, ແລກ​ປ່ຽນ​ບັນ​ດາ​ເອ​ກະ​ສານ, ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ບັນ​ດາ​ຂົງ​ເຂດ​ຕຸ​ລາ​ການ, ກະ​ສິ​ກຳ, ການ​ສິດ​ສອນ​ພາ​ສາ ຝ​ລັ່ງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສະ​ຫນອງ​ເຮືອ​ບິນ​ ​ Airbus, ໂທ​ລະ​ຄົມ​ມະ​ນາ​ຄົມ, ດາວ​ທຽມ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ…ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ພ້ອມ​ກັນ​ກ່າວ​ຄຳ​ເຫັນ​ຕໍ່​ສື່ມວນ​ຊົນ ແລະ ຕອບ​ຄຳ​ຖາມ​ຂອງ​ບັນ​ດາ​ນັກ​ຂ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ