ປະທານາທິບໍດີ ຟີລິບປີນ ອອກຄຳສັ່ງເກນທະຫານເພື່ອຕ້ານພວກກະບົດ

(VOVWORLD) - ວັນທີ 26 ຕຸລາ, ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ໄດ້ອອກຄຳສັ່ງໃຫ້ກອງທັບປະເທດນີ້ ເກນທະຫານ ແລະ ຈັດຕັ້ງກອງພັນທະຫານບົກຕື່ມອີກ 10 ກອງພັນ 
ປະທານາທິບໍດີ ຟີລິບປີນ ອອກຄຳສັ່ງເກນທະຫານເພື່ອຕ້ານພວກກະບົດ - ảnh 1ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte (ພາບ: TTXVN

ເພື່ອແນໃສ່ກວາດລ້າງບັນດາມືປືນທີ່ສະໜັບສະໜູນອົງການກໍ່ການຮ້າຍລັດອິດສະລາມ (IS) ພາຍຫລັງບັນດາພວກກະບົດນີ້ ຖືກຕີປະລາໄຊຢູ່ນະຄອນ ມາຣາວີ ພຽງ 2,3 ວັນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ຫົວໜ້າເສນາທິການບັນດາກຳລັງປະກອບອາວຸດ ຟີລິບປີນ ຄົນໃໝ່ ທ່ານພົນຕີ Rey Leonardo Guerrero ໄດ້ຢືນຢັນຂໍ້ມູນຂ່າວດັ່ງກ່າວ, ພ້ອມທັງເນັ້ນໜັກວ່າ ກອງທັບພວມສ້າງແຜນການກໍ່ຄວາມດັນ ແລະ ຮັກສາບັນດາຄວາມມານະພະຍາຍາມ ເພື່ອແນໃສ່ດັບສູນພວກກະບົດທີ່ສະໜັບສະໜູນ IS ຢ່າງສົມບູນ  ແລະ ຢຸດຕິການປະທະກັນດ້ານອາວຸດຢູ່ປະເທດນີ້. ຕາມທ່ານ Rey Leonardo Guerrero ແລ້ວ, ການນຳ ຟີລິບປີນ ຍັງອອກຄຳສັ່ງໃຫ້ກອງທັບຜາບແຜ້ໄຊພວກກະບົດ “ກອງທັບປະຊາຊົນໃໝ່” (NPA).

ຕອບກັບ

ຂ່າວ/ບົດ​ອື່ນ