ປະ​ທານາ​ທິ​ບໍ​ດີ​ ຟີ​ລິບ​ປິນ ອ່ານ​ສານ​ແຫ່ງ​ຊາດ​ຕໍ່​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ທ່ານ Marcos ເນັ້ນໜັກວ່າ, ຕ້ອງດຳເນີນໂຄງການປະຕິຮູບ ເພື່ອດຶງດູດການລົງທຶນ ແລະ ແຂກທ່ອງທ່ຽວ ກໍ່ຄືຮັກສາທ່າເຕີບໂຕທີ່ໝັ້ນຄົງໃນປະຈຸບັນ.

    ວັນທີ 25 ກໍລະກົດ, ຢູ່ມານີລາ, ໃນສານແຫ່ງຊາດສະບັບທຳອິດ ອ່ານຢູ່ສະພາແຫ່ງຊາດ, ປະທານາທິບໍດີຝີນລິບປິນ Ferdinand Marcos Jr ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິຮູບລະບົບອາກອນ ແລະ ຫັນປະເທດນີ້ ກາຍເປັນຈຸດນັດພົບແຫ່ງການລົງທຶນ ແລະ ການທ່ອງທ່ຽວ. ທ່ານ Marcos ເນັ້ນໜັກວ່າ, ຕ້ອງດຳເນີນໂຄງການປະຕິຮູບ ເພື່ອດຶງດູດການລົງທຶນ ແລະ ແຂກທ່ອງທ່ຽວ ກໍ່ຄືຮັກສາທ່າເຕີບໂຕທີ່ໝັ້ນຄົງໃນປະຈຸບັນ. ອຳນາດການປົກຄອງຂອງທ່ານ ຈະປະຕິບັດການຄຸມຄອງນະໂຍບາຍປີການເງິນໝັ້ນຄົງ ແລະ ວາງເປົ້າໝາຍການຈະເລີນເຕີບໂຕ GDP ປີນີ້ແມ່ນແຕ່ 6,5 – 7,5%. 

  ກ່ຽວກັບດ້ານກະສິກຳ,  ປະທານາທິບໍດີ Ferdinand Marcos Jr ໄດ້ຍົກອອກບາງມາດຕະການເພື່ອຊ່ວຍປະເທດ ຟີລິບປິນ ເພີ່ມປະລິມານການຜະລິດກະສິກຳ ແລະ ສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດດີກ່ວາອີກ. ນອກຈາກນັ້ນແລ້ວ, ທ່ານກໍ່ໃຫ້ຄຳໝັ້ນສັນຍາຈະປັບປຸງການສຶກສາ, ສາທາລະນະສຸກ ແລະ ບັນດາເງື່ອນໄຂເຮັດວຽກໃຫ້ແກ່ບັນດາພະນັກງານການແພດ ພ້ອມທັງຊຸກຍູ້ພື້ນຖານໂຄງລ່າງຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ