ປະທານາທິບໍດີ ຟິລິບປິນ ໃຫ້ຄຳໝັ້ນສັນຍາກ່ຽວກັບຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍທີ່ ກອງປະຊຸມ Shangri La

(VOVWORLD) - ນີ້ແມ່ນກາລະໂອກາດເພື່ອຊີ້ແຈ້ງທັດສະນະຂອງ ຟິລິບປິນ ກ່ຽວກັບການປ້ອງກັນປະເທດ ແລະ ການທູດ; ພ້ອມນັ້ນ ສືບຕໍ່ຊີ້ແຈ້ງຄຳໝັ້ນສັນຍາຂອງ ຟິລິບປິນ ທີ່ມີຕໍ່ຄວາມເປັນລະບຽບຮຽບຮ້ອຍສາກົນ

ວັນທີ 28 ພຶດສະພາ, ທ່ານປະທານາທິບໍດີ ຟິລິບປິນ Ferdinand Marcos Jr ໃຫ້ຮູ້ວ່າ: ຈະຢ້ຳຄືນຄຳໝັ້ນສັນຍາຂອງປະເທດນີ້ສຳລັບຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ ໃນຂະນະທີ່ທ່ານມີບົດກ່າວປາໄສສຳຄັນທີ່ກອງປະຊຸມ Shangri La ຢູ່ ສິງກະໂປ, ຈະຈັດຈຶ້ນແຕ່ວັນທີ 31 ພຶດສະພາ ຫາວັນທີ 2 ມິຖຸນາ ຈະມາເຖິງ. ກ່າວຄຳເຫັນກ່ອນການຢ້ຽມຢາມ, ທ່ານປະທານາທິບໍດີ Marcos ໃຫ້ຮູ້ວ່າ: ນີ້ແມ່ນກາລະໂອກາດເພື່ອຊີ້ແຈ້ງທັດສະນະຂອງ ຟິລິບປິນ ກ່ຽວກັບການປ້ອງກັນປະເທດ ແລະ ການທູດ; ພ້ອມນັ້ນ ສືບຕໍ່ຊີ້ແຈ້ງຄຳໝັ້ນສັນຍາຂອງ ຟິລິບປິນ ທີ່ມີຕໍ່ຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍ ແລະ ລັດທິຫຼາຍຝ່າຍມີລັກສະນະສ້າງສັນໃນສະພາບການທີ່ບັນດາສິ່ງທ້າທາຍດ້ານພູມສາດການເມືອງເຊິ່ງພາກພື້ນພວມປະເຊີນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ