ປະທານາທິບໍດີ ຟີລິບຟີນ ຮຽກຮ້ອງການຮ່ວມມືແຂງແຮງກ່ວາອີກ ໃມການຕ້ານ IS

(VOVWORLD) - ກ່ອນທີ່ດຳເນີນກອງປະຊຸມສຸດຍອດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ ມາລີລາ ເປັນເວລາ 2 ອາທິດ, 
 
ປະທານາທິບໍດີ ຟີລິບຟີນ ຮຽກຮ້ອງການຮ່ວມມືແຂງແຮງກ່ວາອີກ ໃມການຕ້ານ IS - ảnh 1 ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte (ພາບ: AFP/TTXVN )

ວັນທີ 02 ພະຈິກ ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ໄດ້ຮຽກຮ້ອງບັນດາປະເທດຮ່ວມມືແຂງແຮງກ່ວາອີກ ເພື່ອແນໃສ່ຕ້ານຄືນບັນດາມືປືນອິດສະລາມຫົວຮຸນແຮງ, ພາຍຫລັງໄຊຊະນະຕ່າງໆຢູ່ ອີຣັກ, ຊີຣີ ແລະ ນະຄອນ ມາຣາວີ ພາກໃຕ້ ຟີລິບປີນ.

        ໃນຖະແຫຼງການ ພາຍຫລັງເກີດເຫດການກໍ່ການຮ້າຍຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ ທີ່ມີສ່ວນກ່ຽວຂ້ອງເຖິງອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ເຮັດໃຫ້ 8 ຄົນເສຍຊີວິດເປັນເວລາໜຶ່ງວັນ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປີນ Alan Peter Cayetano ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Rodrigo Duterte ຈະປຶກສາຫາລືກ່ຽວກັບການສູ້ຮົບຕ້ານການກໍ່ການຮ້າຍ - ເຊິ່ງແມ່ນບັນຫາບຸລິມະສິດແຖວໜ້າ ກັບບັນດາການນຳ ອາຊຽນ ແລະ ບັນດາຄູ່ຮ່ວມມືຕ່າງໆໃນພາກພື້ນ, ໃນນັ້ນມີທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ກອງປະຊຸມສຸດຍອດດັ່ງກ່າວ ເຊິ່ງຈະດຳເນີນໃນວັນທີ 13 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ