ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ກຽມ​ພ້ອມ​ໃຫ້​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ຄັ້ງ​ຕໍ່​ໄປ

(VOVWORLD) - ທ່ານ Zelensky ໃຫ້ຮູ້ວ່າ: ຂໍ້ຕົກລົງຄວາມໝັ້ນຄົງ 23 ສະບັບ ຊື່ງ ຢູແກຼນ ລົງນາມກັບບັນດາຄູ່ຮ່ັວມມືສາກົນ ໄດ້ນຳມາໃຫ້ ກີແອບ ເຊິ່ງບັນດາບ້ວງເງິນຫນູນຊ່ວຍແມ່ນຂຶ້ນເຖິງ 38 ຕື້ USD.
ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ກຽມ​ພ້ອມ​ໃຫ້​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ຄັ້ງ​ຕໍ່​ໄປ - ảnh 1ທ່ານ ປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: Reuters)

ວັນທີ 15 ກໍລະກົດ,ທ່ານ ປະທານາທິບໍດີ ຢູແກຼນ Volodymyr Zelensky ສະແດງຄວາມປາດຖະຫນາຢາກຊຸກຍູ້ກອງປະຊຸມສຸດຍອດຄັ້ງທີ 2 ກ່ຽວກັບສັນຕິພາບໃຫ້ແກ່ປະເທດນີ້. ຄຳຖະແຫລງໄດ້ຍົກອອກມາຢູ່ ກີແອບ ພາຍຫລັງປະທານາທິບໍດີ ຢູແກຼນ ກັບຄືນເມືອຈາກການຢ້ຽມຢາມ ວໍຊິງຕັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ NATO ໃນທິດກ່ອນ. ແລະກໍ່ໃນວັນດຽວກັນ ທ່ານ Zelensky ໃຫ້ຮູ້ວ່າ: ຂໍ້ຕົກລົງຄວາມໝັ້ນຄົງ 23 ສະບັບ ຊື່ງ ຢູແກຼນ ລົງນາມກັບບັນດາຄູ່ຮ່ັວມມືສາກົນ ໄດ້ນຳມາໃຫ້ ກີແອບ ເຊິ່ງບັນດາບ້ວງເງິນຫນູນຊ່ວຍແມ່ນຂຶ້ນເຖິງ 38 ຕື້ USD

ເຫດການທີ່ກ່ຽວຂ້ອງ, ສູນສັງຄົມວິທະຍາ Razumkov ຂອງ ຢູແກຼນ ຫາກໍ່ປະກາດໝາກຜົນຂອງການສຳຫລວດຫວ່າງແລ້ວນີ້ ໃຫ້ຮູ້ວ່າ: ເກືອບເຄິ່ງຫນຶ່ງປະຊາຊົນປະເທດນີ້ ສະຫນັບສະຫນູນການເຈລະຈາສັນຕິພາບເພື່ອຢຸດຕິການປະທະກັນກັບ ລັດເຊຍ. ໃນຂະນະນັ້ນ ວັນທີ 15 ກໍລະກົດ, ທ່ານ Balázs Orbán, ທີ່ປຶກສາດ້ານການເມືອງຂອງທ່ານນາຍົກລັດຖະມົນຕີ ຮຸງກາຣີ ໃຫ້ຮູ້ວ່າ: ແຜນການສັນຕິພາບຂອງ ທ່ານນາຍົກລັດຖະມົນຕີ Viktor Orban ເພື່ອແກ້ໄຂການປະທະກັນ ຢູ່ ຢູແກຼນ ແມ່ນໄດ້ຍົກອອກມາທີ່ໂຕະປຶກສາຫາລືຂອງການນຳ ອີຢູ ທັງໝົດ.

ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ