ປະທານາທິບໍດີ ຢູແກຼນ ຢ້ຽມຢາມອາເມລິກາໃນສັບປະດາຈະມາເຖິງ.

(VOVWORLD) - ວັນທີ 15 ກັນຍາ, ທຳນຽບຂາວ ໄດ້ຢັ້ງຢືນກ່ຽວກັບຂ່າວຄາວການຢ້ຽມຢາມອາເມລິກາ ຂອງປະທານາທິບໍດີ ຢູແກຼນ ທ່ານ Volodymyr Zelensky ໃນສັບປະດາຈະມາເຖິງ.
ປະທານາທິບໍດີ ຢູແກຼນ ຢ້ຽມຢາມອາເມລິກາໃນສັບປະດາຈະມາເຖິງ. - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ຢູແກຼນ  Volodymyr Zelensky. ພາບ:Getty Images

ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ທ່ານ Jake Sullivan ໃຫ້ຮູ້ວ່າ: ທ່ານ Volodymyr Zelensky ຈະມີການພົບປະກັບປະທານາທິບໍດີ ອາເມລິກາ Joe Biden ຢູ່ ທຳນຽບຂາວໃນວັນທີ 21ກັນຍາ ພາຍຫລັງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ. ຕາມທ່ານ Sullivan ແລ້ວ, ປະທານາທິບໍດີ ຢູແກຼນ ອາດຈະພົບປະກັບບັນດາສະມາຊິກລັດຖະສະພາຂອງທັງສອງພັກ ປະຊາທິປະໄຕ ແລະ ສາທາລະນະຢູ່ ສະພາແຫ່ງຊາດ ອາເມລິກາ. ນີ້ແມ່ນການຢ້ຽມຢາມ ອາເມລິກາ ຄັ້ງທີ 2 ຂອງປະທານາທິບໍດີ ຢູແກຼນ ນັບແຕ່ເດືອນທັນວາປີກາຍ.  ການຢ້ຽມຢາມດຳເນີນໃນສະພາບການ ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ ຮຽກຮ້ອງ ສະພາແຫ່ງຊາດ ອາເມລິກາ ເພີ່ມງົບປະທານເພື່ອຫນູນຊ່ວຍໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ