ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ແງ່​ຫວັງ​ເສດ​ຖະ​ກິດ​ໂລກ

(VOVWORLD) -ວັນທີ 4 ມິຖຸນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີບົດກ່າວປາໄສຢູ່ກອງປະຊຸມຄົບຄະນະເວທີປາໄສເສດຖະກິດສາກົນ St.Petersburg (SPIEF 2021).
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ມີ​ຄວາມ​ປະ​ເອີ​ບ​ໃຈ​ຕໍ່​ແງ່​ຫວັງ​ເສດ​ຖະ​ກິດ​ໂລກ - ảnh 1ທ່ານປະທານາທິບໍດີ  Vladimir Putin ກ່າວຄຳເຫັນທີ່ເຫດການໜຶ່ງ ຢູ່ St.Petersburg  (ພາບ: AFP/TTXVN)

ເປີດສາກບົດກ່າວປາໄສຂອງຕົນ, ທ່ານປະທານາທິບໍດີ  Vladimir Putin ໄດ້ສະແດງຄວາມປະເອີບໃຈເມື່ອພື້ນຖານເສດຖະກິດໂລກ ພວມມີບັນດາທ່າອ່ຽງທີ່ຕັ້ງໜ້າ. ລະອຽດແມ່ນ ການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ ( GDP) ທົ່ວໂລກ ປີ 2021 ຄາດວ່າຈະບັນລຸລະດັບສູງທີ່ສຸດ ນັບແຕ່ ປີ 1970 ມາຮອດປັດຈຸບັນ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Vladimir Putin ຖືວ່າ ການຟື້ນຟູເສດຖະກິດ ທົ່ວໂລກບໍ່ມີຄວາມເທົ່າທຽມກັນ.

        ເມື່ອເຕື່ອງເຖິງພື້ນຖານເສດຖະກິດຂອງລັດເຊຍ, ທ່ານ ປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ຈຳນວນຜູ້ວ່າງງານຢູ່ ລັດເຊຍ ໄດ້ເພີ່ມຂຶ້ນສູງ, ລາຍຮັບຫຼຸດລົງ, ແຕ່ ບໍ່ມີໄພພິບັດໃດເກີດຂຶ້ນ. ພື້ນຖານເສດຖະກິດ ລັດເຊຍ ພວມຄ່ອຍໆກັບຄືນສູ່ລະດັບຂອງໄລຍະກ່ອນທີ່ເກີດໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ