ປະທານາທິບໍດີ ລັດເຊຍ ຈະຢ້ຽມຢາມ ຝຣັ່ງ ກ່ອນທີ່ດຳເນີນກອງປະຊຸມ G7

(VOVWORLD) - ວັນທີ 27 ກໍລະກົດ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໄດ້ຢືນຢັນວ່າ ທ່ານໄດ້ເຊີນຄູ່ຕຳແໜ່ງ ລັດເຊຍ Vladimir Putin ມາຢ້ຽມຢາມ ຝຣັ່ງ ໃນວັນທີ 19 ສິງຫາ ຈະມາເຖິງ, ກ່ອນທີ່ ຝຣັ່ງ ຈະຈັດຕັ້ງກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາແຖວໜ້າໂລກ (G7) 2 – 3 ມື້, ຄາດວ່າ ຈະດຳເນີນໃນລະຫວ່າງວັນທີ 24 – 26 ສິງຫາ ຢູ່ນະຄອນ Biarritz ຂອງ ຝຣັ່ງ.
ປະທານາທິບໍດີ ລັດເຊຍ ຈະຢ້ຽມຢາມ ຝຣັ່ງ ກ່ອນທີ່ດຳເນີນກອງປະຊຸມ G7 - ảnh 1 ທ່ານ Emmanuel Macron ແລະ ທ່ານ Vladimir Putin  (ພາບ: AFP/TTXVN)

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ເວົ້າວ່າ “ຂ້າພະເຈົ້າໄດ້ກຽມພ້ອມໃຫ້ແກ່ການພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 19 ສິງຫາ ຈະມາເຖິງ”. ທ່ານ Emmanuel Macron ໃຫ້ຮູ້ວ່າ: ທ່ານໄດ້ເລືອກເອົາເຂດພັກຜ່ອນບຳລຸງສຸຂະພາບ Fort de Bregancon ຍ້ອນວ່າ ນີ້ແມ່ນສະຖານທີ່ເໝາະສົມເພື່ອເຮັດວຽກ, ຢູ່ທີ່ນີ້ ອາດຈະປະຕິບັດບັນດາການໂອ້ລົມທາງໂທລະສັບສາກົນ ແລະ ຕ້ອນຮັບບັນດານັກການທູດຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ