ປະທານາທິບໍດີ ລັດເຊຍ ຍອມຮັບການພົວພັນກັບ ອາເມລິກາ ພວມຢູ່ໃນໄລຍະຊົ່ວຮ້າຍທີ່ສຸດນັບແຕ່ສົງຄາມເຢັນ

(VOVWORLD) - ແຕ່ພື້ນຖານແຫ່ງການຮ່ວມມື 2 ຝ່າຍໄດ້ຖືກທຳລາຍແລ້ວ. ທ່ານໄດ້ໃຫ້ຂໍ້ສັງເກດສະພາບການນັບມື້ນັບບໍ່ສະດວກສຳລັບວົງການນັກທຸລະກິດຂອງລັດເຊຍ ແລະ ອາເມລິກາ ໃນຂະນະທີ່ບັນດາການພົບປະແລກປ່ຽນລະຫວ່າງ 2 ຝ່າຍຖືກຫລຸດລົງຢ່າງບໍ່ຢຸດຢັ້ງ. 
ປະທານາທິບໍດີ ລັດເຊຍ ຍອມຮັບການພົວພັນກັບ ອາເມລິກາ ພວມຢູ່ໃນໄລຍະຊົ່ວຮ້າຍທີ່ສຸດນັບແຕ່ສົງຄາມເຢັນ - ảnh 1 ພາບປະກອບ

ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ພວມຢູ່ໃນໄລຍະຊົ່ວຮ້າຍທີ່ສຸດນັບແຕ່ສົງຄາມເຢັນສິ້ນສຸດລົງ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຍົກອອກຂໍ້ສັງເກດດັ່ງກ່າວໃນກອງປະຊຸມຄົບຄະນະ “ດຳເນີນທຸລະກິດ - ການໂອ້ລົມສົນທະນາ ລັດເຊຍ - ອາເມລິກາ” ເມື່ອວັນທີ 2 ມິຖຸນາ ໃນຂອບເຂດເວທີປາໄສເສດຖະກິດສາກົນ Saint Petersburg. ທີ່ການປະຊຸມຂ່າວ, ທ່ານປະທານາທິບໍດີ Putin ຖືວ່າ: ເຖິງວ່າ ລັດເຊຍ ແລະ ອາເມລິກາ ຍັງໄດ້ຮັກສາການໂອ້ລົມສົນທະນາຢູ່ບັນດາເວທີປາໄສຄື ສປຊ, ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (ຈີ 20) ກໍ່ຕາມ, ແຕ່ພື້ນຖານແຫ່ງການຮ່ວມມື 2 ຝ່າຍໄດ້ຖືກທຳລາຍແລ້ວ. ທ່ານໄດ້ໃຫ້ຂໍ້ສັງເກດສະພາບການນັບມື້ນັບບໍ່ສະດວກສຳລັບວົງການນັກທຸລະກິດຂອງລັດເຊຍ ແລະ ອາເມລິກາ ໃນຂະນະທີ່ບັນດາການພົບປະແລກປ່ຽນລະຫວ່າງ 2 ຝ່າຍຖືກຫລຸດລົງຢ່າງບໍ່ຢຸດຢັ້ງ. ຂໍ້ໃຫ້ສັງເກດຂອງທ່ານປະທານາທິບໍດີ Putin ຄ້າຍຄືກັບການຕີລາຄາຫວ່າງມໍ່ໆມານີ້ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຖືວ່າ ການພົວພັນລະຫວ່າງ ວໍຊິງຕັນ ແລະ ມົດສະກູ ພວມ “ຕົກຢູ່ລະດັບຕ່ຳສະຖິຕິ”.

ຕອບກັບ

ຂ່າວ/ບົດ​ອື່ນ