ປະທານາທິບໍດີ ລັດເຊຍ, ຕວັກກີ ປຶກສາຫາລືບັນດາການປະທະກັນຢູ່ ລີບີ, ຊີຣີ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວັກກີ Tayyip Erdogan ໃນວັນທີ 17 ສິງຫາ ໄດ້ມີການໂອ້ລົມທາງໂທລະສັບກ່ຽວກັບການປະທະກັນຢູ່ ລີບີ ແລະ ຊີຣີ. 
ປະທານາທິບໍດີ ລັດເຊຍ, ຕວັກກີ ປຶກສາຫາລືບັນດາການປະທະກັນຢູ່ ລີບີ, ຊີຣີ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວັກກີ Tayyip Erdogan (ພາບ: AFP/TTXVN)

  ວັງ Kremlin ໃຫ້ຮູ້ວ່າ: ຈຸດສຸມຂອງການໂອ້ລົມທາງໂທລະສັບດັ່ງກ່າວ ແມ່ນວິກິດການຢູ່ ລີບີ, ໃນນັ້ນ 2 ຝ່າຍໄດ້ເນັ້ນໜັກວ່າ ຄວນມີບາດກ້າວຢ່າງແທດຈິງ ເພື່ອບັນລຸໄດ້ຄຳສັ່ງຢຸດຍິງຢ່າງໝັ້ນຄົງ. ການນຳ 2 ທ່ານກໍ່ໄດ້ເຫັນດີເປັນເອກະພາບ ເພີ່ມທະວີບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຢູ່ ຊີຣີ, ພາຍຫລັງມີຂ່າວຄາວກ່ຽວກັບເຫດລະເບີດຢູ່ເສັ້ນທາງລາດຕະເວນຮ່ວມຂອງລັດເຊຍ ແລະ ຕວັກກີ ຂຶ້ນກັບແຂວງ Idlib.

ຕອບກັບ

ຂ່າວ/ບົດ​ອື່ນ