ປະທານາທິບໍດີ ລັດເຊຍ ຕຳໜິຕິຕຽນບັນດາມາດຕະການລົງໂທດເສດຖະກິດທີ່ແນໃສ່ລັດເຊຍ

(VOVWORLD) - ວັນທີ 04 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະຂອງເວທີປາໄສສັບປະດາພະລັງງານ ລັດເຊຍ ຢູ່ນະຄອນຫລວງ ມົດສະກູ, 
ປະທານາທິບໍດີ ລັດເຊຍ ຕຳໜິຕິຕຽນບັນດາມາດຕະການລົງໂທດເສດຖະກິດທີ່ແນໃສ່ລັດເຊຍ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: EPA/TTXVN)

ໃນນັ້ນ ໄດ້ເຕື້ອງເຖິງບັນດາບັນຫາສຳຄັນ. ໃນບົດກ່າວປາໄສ,        ທ່ານປະທານາທິບໍດີ Putin ໄດ້ຕຳໜິຕິຕຽນບັນດາມາດຕະການລົງໂທດເສດຖະກິດທີ່ແນໃສ່ ລັດເຊຍ, ພິເສດແມ່ນໃນຂົງເຂດພະລັງງານ, ໄດ້ຮັບການນຳໃຊ້ ເພື່ອແນໃສ່ຈຸດປະສົງແກ່ງແຍ້ງທີ່ຂາດຄວາມສະເໝີພາບ ແລະ ນາບຂູ່ເຖິງເສດຖະກິດທົ່ວໂລກເວົ້າລວມ.

        ທີ່ເວທີປາໄສ, ການນຳ ລັດເຊຍ ກໍ່ໄດ້ເຕື້ອງເຖິງການພົວພັນກັບ ອາເມລິກາ ເມື່ອໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງ ມົດສະກູ ແລະ ວໍຊິງຕັນ ເຖິງວ່າມີຫລາຍບັນຫາກໍ່ຕາມ ແຕ່ທ່ານຫວັງວ່າ ບັນດາຜົນປະໂຫຍດລວມລະຫວ່າງ 2 ປະເທດໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ຈະຊ່ວຍປັບປຸງການພົວພັນນີ້. ສຳລັບບັນຫາ ສປປ.ເກົາຫຼີ, ທ່ານປະທານາທິບໍດີ ລັດເຊຍ ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນລະຫວ່າງ ສປປ.ເກົາຫຼີ ແລະ ຝ່າຍຕາເວັນຕົກ ທີ່ກ່ຽວຂ້ອງເຖິງໂຄງການລູກສອນໄຟ ແລະ ນິວເຄຼຍຂອງ ພຽງຢາງ, ໃນສະພາບທີ່ ລັດເຊຍ ມີເສັ້ນຊາຍແດນຮ່ວມກັບ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ