ປະທານາທິບໍດີ ລັດເຊຍ ປະກາດເຊົາດຳລົງຕຳແໜ່ງປະທານພັກປະເທດລັດເຊຍເອກະພາບ

ປະທານາທິບໍດີ ລັດເຊຍ ປະກາດເຊົາດຳລົງຕຳແໜ່ງປະທານພັກປະເທດລັດເຊຍເອກະພາບ - ảnh 1
ທ່ານປະທານາທິບໍດີ​ຫາ​ກໍ​​ໄດ້ຮັບ​ການ​ເລືອກ​ຕັ້ງ Vladimir Putin
(ພາບ:
RIA Novosti)

(vovworld) - ຕອນ​ບ່າຍ​ວັນ​ທີ 24/4, ທ່ານ​ນາຍົກລັດຖະມົນຕີທັງ​ເປັນ​ປະທານາທິບໍດີ​ຫາ​ກໍ​​ໄດ້ຮັບ​ການ​ເລືອກ​ຕັ້ງ Vladimir Putin ​ໄດ້​ປະກາດ​ຈະ​​ເຊົາ​ດຳລົງ​ຕຳ​ແໜ່​ງປະທານ​ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບ (ຫຼື UR) ກຳ​ອຳນາດ​ພາຍຫຼັງ​ຮັບ​ຕຳ​ແໜ່​ງປະທານາທິບໍດີ​ໃນ​ວັນ​ທີ 7/5 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຄະນະ​ການ​ນຳ​ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບ, ທ່ານ Putin ຕີ​ລາຄາ​ສູງ​ບົດບາດ​ຕັ້ງໜ້າ​ຂອງ​ພັກ​ນີ້​ໃນ​ການ​ນຳ​ປະ​ເທດ​ລັດ​ເຊຍ​ຫຼຸດ​ຜົ້ນອອກ​ຈາກ​ຜົນ​ສະທ້ອນ​ຂອງ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ, ຄວາມ​ສາມັກຄີ​ສັງຄົມ ​ແລະ ພົນລະ​ເມືອງ​ລັດ​ເຊຍ​ທຸກ​ຄົນ ​ເພື່ອ​ຟື້ນ​ຟູ ​ແລະ ປົຄອງ​ບໍລິຫານປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸງ​ເຮືອງ. ທ່ານ​ຢືນຢັນ​ວ່າ: ພັກ​ປະ​ເທດ​ລັດ​ເຊຍ​​ເອກະ​ພາບ​ມີ​ທຸກໆ ​ເງື່ອນ​ໄຂ ​ແລະ ກາລະ​ໂອກາດ​ເພື່ອ​ຮັກສາ​ທີ່​ຕັ້ງ​ແມ່ນ​ການ​ນຳ​ຂອງ​ລັດ​ເຊຍ ຜ່ານ​ການ​ພິສູດ​ໃຫ້​ພົນລະ​ເມືອງ​ລັດ​ເຊຍ ​​ເຫັນ​ໄດ້​ວ່າ​ທິດ​ທາງ​ພັດທະນາ​ປະ​ເທດ​ຊາດ ​ແລະ ​ເສດຖະກິດ - ສັງຄົມ ​ໂດຍ​ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບ ນຳສະ​ເໜີ​ແມ່ນສ່ອງ​ແສງ ​ແລະ ດີ​ທີສຸດ​ໃນ​ປະຈຸ​ບັນ. ທ່ານ Putin ສະ​ເໜີ​​ໃຫ້​ພັກ​ປະ​ເທດລັດ​ເຊຍ​ເອກະລາດ ດຳ​ເນີນ​ກອງ​ປະຊຸມ​ໃນ​ທ້າຍ​​ເດືອນ 5 ຈະ​ມາ​ເຖິງ ​ເພື່ອ​ເລືອກ​ຕັ້ງ​ປະທານ​ຄົນ​ໃໝ່, ພ້ອມ​ທັງ​ສະ​ເໜີ​ທ່ານ​ປະທານາທິບໍ​ດີ​ຄົນ​ປະຈຸ​ບັນ ​ແລະ ຈະ​ເປັນນາຍົກລັດຖະມົນຕີ​ໃນ​ອະນາຄົດ Dmitry Medvedev ຮັບ​ໜ້າ​ທີ່ອັນ​ໜັກໜ່ວງ​ນີ້.​

ຂ່າວ/ບົດ​ອື່ນ