ປະທານາທິບໍດີ ລັດເຊຍ ປາດຖະໜາຢາກປັບປຸງການພົວພັນກັບ ເຢຍລະມັນ

ປະທານາທິບໍດີ ລັດເຊຍ ປາດຖະໜາຢາກປັບປຸງການພົວພັນກັບ ເຢຍລະມັນ - ảnh 1
ທ່ານ​ປະທານາທິບໍດີ ລັດ​​ເຊຍ Vladimir Putin
(ພາບ:EPA/TTXVN)

(vovworld) - ​ກ່າວ​ຄຳ​ເຫັນ​​ໃນ​ວັນ​ທີ 09/03 ທີ່​ການ​ຕ້ອນຮັບ​ທ່ານ Sigmar Gabriel ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ, ທ່ານ​ປະທານາທິບໍດີ ລັດ​​ເຊຍ Vladimir Putin ​ໄດ້​ຖະ​ແຫຼ​ງວ່າ ໜ້າ​ທີ່​ລວມຂອງ ລັດ​ເຊຍ ​ແລະ ​ເຢຍລະ​ມັນ ​ແມ່ນສ້າງການ​ພົວພັນ 2 ຝ່າຍ​ເປັນ​ປົກກະຕິ. ທ່ານ​ປະທານາທິບໍດີ Putin ​​ເນັ້ນ​ໜັກ​ວ່າ: “ພວກ​ຂ້າພະ​ເຈົ້າ​​ເຂົ້າ​ໃຈນຳ​ກັນ​ວ່າ ​ການ​ພົວພັນ​ຂອງ​ພວກ​ເຮົາ​ພວ​ມ​ຢູ່​ໃນ​ສະພາບ​ການ​ຄື​ແນວ​ໃດ. ຕາມ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້າພະ​ເຈົ້າ​ແລ້ວ ໜ້າ​ທີ່​ລວມຂອງ​ພວກ​ເຮົາ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການຟື້ນ​ຟູ​, ​ໃນ​ຂະນະ​ທີ່​​ ຄວາມ​ຫຍຸ້ງ​ຍາກທັງ​ໝົດ​ທີ່ພວກ​ເຮົາ​ພວມ​ປະ​ເຊີນ​ໜ້າ ຕ້ອງ​ໄດ້​ຮັບ​ການ​​ແກ້​ໄຂ”. ທ່ານ Putin ​​ຢືນຢັນ​ວ່າ ມົດ​ສະ​ກູ ພວມ​ກໍ​ຖ້າ​ການຢ້ຽມຢາມ ຂອງ​ທ່ານ​ນາງ​ນາຍົກ​ລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ແລະ ຜ່ານທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Gabriel ​ທ່ານ Putin ກໍ່ຝາກຄຳ​ອວຍພອນ​ດີງາມ​ທີ່​ສຸດ​ເຖິງ​ທ່ານ​ນາງ Merkel.

 

 

ຕອບກັບ

ຂ່າວ/ບົດ​ອື່ນ