ປະ​ທາ​ນາ​ທິບ​ໍ​ດີ​ ລັດ​ເຊຍ ​ພົບ​ປະ​ກັບ ສັນຕະປະປາ Franci

(VOVWORLD) -  ຕອບສຳພາດຕໍ່ວົງການນັກຂ່າວພາຍລັງການພົບປະທີ່ແກ່ຍາວເປັນເວລາ 55 ນາທີ, ທ່ານ ປະທານາທິບໍດີ Putin ໃຫ້ຮູ້ວ່າ "ນີ້ແມ່ນການປຶກສາຫາລືທີ່ຈັບອົກຈັບໃຈ ແລະ ມີຄວາມໝາຍສຳຄັນ ".
ປະ​ທາ​ນາ​ທິບ​ໍ​ດີ​ ລັດ​ເຊຍ ​ພົບ​ປະ​ກັບ ສັນຕະປະປາ Franci - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ສັນຕະປະປາ  Francis ຢູ່ ສຳນັກ Vatican (ພາບ: Agence France-Presse/Getty Images) 

ວັນທີ 4 ກໍລະກົດ, ເນື່ອງໃນໂອກາດໄປຢ້ຽມຢາມ ອີຕາລີ ແລະ Vatican ຢ່າງເປັນທາງການ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການພົບປະກັບ ສັນຕະປະປາ  Francis ຢູ່ ສຳນັກ Vatican. ນີ້ແມ່ນການພົບປະຄັ້ງທີ 3 ລະຫວ່າງ ທ່ານ Putin ແລະ ສັນຕະປະປາ, ເຮັດໃຫ້ມີຂ່າວລືທີ່ວ່າການພົບປະນີ້ຈະເປີດເສັ້ນທາງເພື່ອໃຫ້ ສັນຕະປະປາໄປຢ້ຽມຢາມ ລັດເຊຍ.

        ຕອບສຳພາດຕໍ່ວົງການນັກຂ່າວພາຍລັງການພົບປະທີ່ແກ່ຍາວເປັນເວລາ 55 ນາທີ, ທ່ານ ປະທານາທິບໍດີ Putin ໃຫ້ຮູ້ວ່າ "ນີ້ແມ່ນການປຶກສາຫາລືທີ່ຈັບອົກຈັບໃຈ ແລະ ມີຄວາມໝາຍສຳຄັນ ".

ພາຍຫຼັງການພົບປະກັບ ສັນຕະປະປາ Francis, ທ່ານ Putin ໄດ້ເຂົ້າຮ່ວມງານລ້ຽງກັບຄູ່ຕຳແໜ່ງ ອີຕາລີ Sergio Mattarella ຢູ່ທຳບຽບປະທານາທິບໍດີ ແລະ ມີການພົບປະກັບທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte.

ຕອບກັບ

ຂ່າວ/ບົດ​ອື່ນ