ປະທານາທິບໍດີ ລັດເຊຍ ຢັ້ງຢືນຈະສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກທັນຍາຫານໄປຍັງອາບຟຣີກາ

(VOVWORLD) -   ລັດເຊຍ ແມ່ນປະເທດສົ່ງອອກເຂົ້າບາເລອັນດັບໜຶ່ງໃນໂລກຕາມລຳດັບ ແລະ ຢູແກຼນ ແມ່ນອັນດັບ 5 ໃນໂລກ.
ປະທານາທິບໍດີ ລັດເຊຍ ຢັ້ງຢືນຈະສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກທັນຍາຫານໄປຍັງອາບຟຣີກາ - ảnh 1ພາບປະກອບ

ວັນທີ 3 ມິຖຸນາ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໄດ້ໃຫ້ການຕ້ອນຮັບທ່ານ Macky Sall, ປະທານາທິບໍດີ Senegal, ຜູ້ພວມຮັກສາຕຳແໜ່ງປະທານໝູນວຽນສະຫະພັນອາບຟຣີກາ (AU). ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບສະພາບການຂາດເຂີນທັນຍາຫານໃນທົ່ວໂລກ ແລະ ການສະໜອງທັນຍາຫານທີ່ພວມຕົກຄ້າງຢູ່ທ່າກ່ຳປັ່ນຂອງປະເທດ ຢູແກຼນ. ພາຍຫຼັງການເຈລະຈາແກ່ຍາວເປັນເວລາ 3 ຊົ່ວໂມງ, ທ່ານ Sall ໃຫ້ຮູ້ວ່າ: ປະທານາທິບໍດີ Putin ຢັ້ງຢືນວ່າ “ມີວິທີໜຶ່ງເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກ ຫຼື ຂົນສົ່ງຜ່ານທ່າກ່ຳປັ່ນ Odessa ຢູ່ ທະເລດຳ, ວຽກງານດັ່ງກ່າວປະສົບກັບຄວາມຫຍຸ້ງຍາກຫຼາຍ ຍ້ອນວ່າ ຢູແກຼນ ຕ້ອງຊອກທຳລາຍລູກສອນໄຟໃຕ້ນ້ຳ” ຫຼື ຂົນສົ່ງຜ່ານທ່າກ່ຳປັ່ນ Mariupol ໂດຍລັດເຊຍ ຄວບຄຸມທະເລ Azov.

        ລັດເຊຍ ແມ່ນປະເທດສົ່ງອອກເຂົ້າບາເລອັນດັບໜຶ່ງໃນໂລກຕາມລຳດັບ ແລະ ຢູແກຼນ ແມ່ນອັນດັບ 5 ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ