ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ​ ຢັ້ງ​ຢືນ​ພ້ອມ​ແລ້​ວ​ທີ່​ຈະຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາຫຼ​ຸດ​ຜ່ອນ​ອາ​ວຸດບ​ຸກ​ໂຈ​ມ​ຕີ​ຍຸດ​ທະ​ສາດ​ແບບ​ໃໝ່

(VOVWORLD) - New START ຈະໝົດອາຍຸກຳນົດໃນປີ 2021, ແລະ ມາຮອດປັດຈຸບັນແງ່ຫວັງທີ່ ອຳນາດການປົກຄອງວໍຊິງຕັນຈະຕໍ່ກຳນົດເວລາໃຫ້ແກ່ສົນທິສັນຍານີ້ແມ່ນຍັງບໍ່ທັນຈະແຈ້ງເທື່ອ.
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ​ ຢັ້ງ​ຢືນ​ພ້ອມ​ແລ້​ວ​ທີ່​ຈະຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາຫຼ​ຸດ​ຜ່ອນ​ອາ​ວຸດບ​ຸກ​ໂຈ​ມ​ຕີ​ຍຸດ​ທະ​ສາດ​ແບບ​ໃໝ່ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TASS/TTXVN)

      ວັນທີ 6 ມິຖຸນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ ມົດສະກູພ້ອມແລ້ວທີ່ຈະຖອນຕົວອອກຈາກສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດແບບໃໝ່ ( New START ) ກັບ ອາເມລິກາ, ຖ້າວ່າ ຄູ່ຮ່ວມມືທີ່ກ່ຽວຂ້ອງບໍ່ຢາກຕໍ່ກຳນົດເວລາຂໍ້ຕົກລົງນີ້ອີກດ້ວຍ. ກ່າວຄຳເຫັນທີ່ເວທີປາໄສເສດຖະກິດສາກົນ St. Petersburg, ທ່ານປະທານາທິບໍດີ Vladimir Putin ໄດ້ສະແດງຄວາມເສຍດາຍວ່າ ອາເມລິກາ “ ບໍ່ດຳເນີນບໍ່ວ່າການເຈລະຈາຢ່າງເປັນທາງການຄັ້ງໃດ” ທີ່ກ່ຽວຂ້ອງເຖິງບັນຫານີ້, ເຖິງວ່າ ມົດສະກູ ມີຄວວາມພ້ອມ ໃຫ້ແກ່ເລື່ອງຕໍ່ກຳນົດເວລາຕື່ມອີກ ແລະ ທຸກໆເລື່ອງຈະສິ້ນສຸດໃນປີ 2021. New START ໄດ້ຮັບການລົງນາມຈາກ ອາເມລິກາ ແລະ ລັດເຊຍເມື່ອປີ 2010, ແລະ ມີຜົນສັກສິດໃນວັນທີ 5 ກຸມພາ ປີ 2011. ສົນທິສັນຍາໄດ້ກຳນົດວ່າ ແຕ່ລະຝ່າຍຕ້ອງຫຼຸດຜ່ອນສາງອາວຸດນິວເຄຼຍຂອງຕົນລົງເພື່ອໃຫ້ພາຍຫຼັງ 7 ປີ ແລະ ໃນອະນາຄົດຍອດຈຳນວນອາວຸດບໍ່ເກີນ 700 ລູກສອນໄຟນໍາວິຖີີ, ລູກສອນໄຟນໍາວິຖີີທີ່ຕິດຕັ້ງໃສ່ກຳປັ່ນດຳນ້ຳ ແລະ ເຮືອບິນຖິ້ມລະເບີດປະເພດໜັກ . ເຖິງຢ່າງໃດກໍ່ຕາມ New START ຈະໝົດອາຍຸກຳນົດໃນປີ 2021, ແລະ ມາຮອດປັດຈຸບັນແງ່ຫວັງທີ່ ອຳນາດການປົກຄອງວໍຊິງຕັນຈະຕໍ່ກຳນົດເວລາໃຫ້ແກ່ສົນທິສັນຍານີ້ແມ່ນຍັງບໍ່ທັນຈະແຈ້ງເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ