ປະທານາທິບໍດີ ລັດເຊຍ ຢ້ຽມຢາມ ອີຣານ ຢ່າງເປັນທາງການ

(VOVWORLD) - ວັນທີ 01 ພະຈິກ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໄປຮອດ ເຕເຮຣານ, ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ອິດສະລາມ ອີຣານ ຢ່າງເປັນທາງການ ແລະ ມີການເຈລະຈາກັບທ່ານປະທານາທິບໍດີປະເທດເຈົ້າພາບ Hassan Rouhani.
ປະທານາທິບໍດີ ລັດເຊຍ ຢ້ຽມຢາມ ອີຣານ ຢ່າງເປັນທາງການ - ảnh 1 ທ່ານປະທານາທິບໍດີ Vladimir Putin ແລະ ທ່ານປະທານາທິບໍດີ Hassan Rouhani (ພາບ: AP)

ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ປຶກສາຫາລືການພົວພັນຮ່ວມມື 2 ຝ່າຍ ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນ. ທ່ານປະທານາທິບໍດີ Rouhani ຢືນຢັນວ່າ ລັດເຊຍ ເປັນເພື່ອນມິດ, ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ອີຮານ. ເມື່ອເຕື້ອງເຖິງຂໍ້ຕົກລົງປະຫວັດສາດນິວເຄຼຍ ຫຼື ເຊິ່ງເປັນທີ່ຮູ້ຈັກເຖິງ ແມ່ນແຜນການດຳເນີນງານຮອບດ້ານຮ່ວມ(JCPOA) ເຊິ່ງໄດ້ຮັບການລົງນາມລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ: ອາເມລິກາ, ອັງກິດ, ຝະຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ປີ 2015. ທ່ານປະທານາທິບໍດີ Rouhani ເນັ້ນໜັກວ່າ ນີ້ແມ່ນຂໍ້ຕົກລົງສາກົນຫລາຍຝ່າຍ ແລະ ຄວາມຍືນຍົງຄົງຕົວຂອງມັນມີຄວາມໝາຍສຳຄັນສຳລັບສັນຕິພາບຂອງພາກພື້ນ ແລະ ສາກົນ. ທ່ານປະທານາທິບໍດີ Rouhani ຢັ້ງຢືນວ່າ ອີຣານ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ລັດເຊຍ ໃນທຸກຂົງເຂດ. ສ່ວນທ່ານປະທານາທິບໍດີ ລັດເຊຍ  Vladimir Putin ຢືນຢັນວ່າ: ອີຣານ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ລັດເຊຍ. ທ່ານ Vladimir Putin ຖະແຫຼງວ່າ ເລື່ອງຍົກເລີກ JCPOA ພຽງລຳພັງຝ່າຍດຽວ ດ້ວຍບໍ່ວ່າເຫດຜົນໃດໆ ກໍ່ລ້ວນແຕ່ບໍ່ອາດຍອມຮັບໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ