ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ກຳ​ລັງແຮງ​ດ້ານ​ການ​ທະ​ຫານ​ຂອງ ລັດ​ເຊຍ

(VOVWORLD) -ວັນທີ 22 ພະຈິກ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ ຮຽກຮ້ອງໃຫ້ ສ້າງກຳລັງຄວາມສາມາດດ້ານການທະຫານຂອງປະເທດ ໃນໄລຍະ 10 ປີຈະມາເຖິງ ເພື່ອຕ້ານບັນດາໄພນາບຂູ່ທົ່ວໂລກ.
ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ກຳ​ລັງແຮງ​ດ້ານ​ການ​ທະ​ຫານ​ຂອງ ລັດ​ເຊຍ - ảnh 1ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ (ພາບ: AFP/TTXVN) 

ທີ່ກອງປະຊຸມຂອງ ສະພາຄວາມໝັ້ນຄົງແຫ່ງຊາດ ລັດເຊຍ, ທ່ານ Putin ກ່າວວ່າເຕັກໂນໂລຢີການທະຫານພວມມີການພັດທະນາຢ່າງວ່ອງໄວ, ພ້ອມທັງຄວາມແກ້ງແຍ້ງ ແລະ ສູ້ຢັນກັນໃນໂລກກໍ່ນັບມື້ນັບເພີ່ມຂຶ້ນ.

ທີ່ກອງປະຊຸມ, ທ່ານ Putinກໍ່ ໃຫ້ຮູ້ວ່າ ໂຄງການປະກອບອາວຸດໃໝ່ ແລະ ແຜນການພັດທະນາກຸ່ມອຸດສາຫະກຳການທະຫານ ລັດເຊຍ ຈະຂຶ້ນແຜນໃນປີໜ້າ. ໃນຊຸມປີຈະມາເຖິງ, ອັດຕາສ່ວນກ່ຽວກັບອາວຸດ ແລະ ອຸປະກອນທັນສະໄໝໃນກອງທະຫານບົກ, ກອງທັບເຮືອ, ອົງການປ້ອງກັນຄວາມໝັ້ນຄົງ ແລະ ປະຕິບັດກົດໝາຍຂອງລັດເຊຍຈະຕ້ອງເພີ່ມຂຶ້ນເຖິງ 70% ເມື່ອທຽບໃສ່ 68% ຄືໃນປັດຈຸບັນ. ຄຽງຄູ່ກັນນັ້ນ, ທ່ານ Putin ກໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນຫາການປັບປຸງອາວຸດບຸກໂຈມຕີຢູ່ບັນດາປະເທດແຖວໜ້າ, ພ້ອມທັງເພີ່ມ ຈຳນວນປະເທດທີ່ມີລູກສອນໄຟນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ