ປະທານາທິບໍດີ ລັດເຊຍ ເຊັນກົດໝາຍວ່າດ້ວຍການຍົກເລີກສົນທິສັນຍາກ່ຽວກັບກຳລັງປະກອບອາວຸດປົກກະຕິຢູ່ ເອີລົບ

(VOVWORLD) - ໃນບົດອະທິບາຍໄດ້ໃສ່ໃຈວ່າ ສົນທິສັນຍານີ້ “ສ່ວນຫຼາຍແມ່ນຫຼ້າຫຼັງແລ້ວ ແລະ ບໍ່ເໝາະສົມກັບສະພາບຕົວຈິງ”
ປະທານາທິບໍດີ ລັດເຊຍ ເຊັນກົດໝາຍວ່າດ້ວຍການຍົກເລີກສົນທິສັນຍາກ່ຽວກັບກຳລັງປະກອບອາວຸດປົກກະຕິຢູ່ ເອີລົບ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: Bộ phận báo chí của Tổng thống)

        ວັນທີ 29 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນກົດໝາຍວ່າດ້ວຍການຍົກເລີກສົນສັນຍາກ່ຽວກັບບັນດາກຳລັງປະກອບອາວຸດປົກກະຕິຢູ່ ເອີລົບ (CFE) ເຊິ່ງໄດ້ລົງນາມໃນປີ 1990 ຈາກຜູ້ຕາງໜ້າຂອງ 16 ປະເທດສະມາຊິກກຸ່ມອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ແລະ 6 ສະມາຊິກຂອງອົງການສົນທິສັນຍາ Warsaw, ເຊິ່ງໄດ້ຄິດໄລ່ເຖິງຄວາມດຸ່ນດ່ຽງອາວຸດປົກກປະຕິລະຫວ່າງ 2 ກຸ່ມ.

        ວັນທີ 10 ພຶດສະພາ ຜ່ານມາ, ທ່ານປະທານາທິບໍດີ Vladimir Putin ໄດ້ຍົກອອກຮ່າງກົດໝາຍຍົກເລີກສົນທິສັນຍາດັ່ງກ່າວ. ໃນບົດອະທິບາຍໄດ້ໃສ່ໃຈວ່າ ສົນທິສັນຍານີ້ “ສ່ວນຫຼາຍແມ່ນຫຼ້າຫຼັງແລ້ວ ແລະ ບໍ່ເໝາະສົມກັບສະພາບຕົວຈິງ”, ລວມທັງເລື່ອງເປີດກວ້າງ NATO. ໃນວັນທີ 16 ແລະ 24 ພຶດສະພາ, ສະພາຕ່ຳ ແລະ ສະພາສູງຂອງ ລັດເຊຍ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວຕາມລຳດັບ.

ຕອບກັບ

ຂ່າວ/ບົດ​ອື່ນ