ປະທານາທິບໍດີ ລັດເຊຍ ແລະ ຕວກກີ ປຶກສາຫາລືເປີດກ້ວາງຄຳສັ່ງຢຸດຍິງຢູ່ ຊີຣີ

ປະທານາທິບໍດີ ລັດເຊຍ ແລະ ຕວກກີ ປຶກສາຫາລືເປີດກ້ວາງຄຳສັ່ງຢຸດຍິງຢູ່ ຊີຣີ - ảnh 1
ທ່ານ​ປະທານາທິບໍດີ ຕວກກີ Tayyip Erdogan
ກັບ​ຄູ່​ຕຳ​ແໜ່​ງ ລັດ​ເຊຍ Vladimir Putin
(ພາບ: AFP)

(vovworld) - ວັນ​ທີ 12/01 ທ່ານ​ປະທານາທິບໍດີ ຕວກກີ Tayyip Erdogan ​​​​​ໄດ້ເຈລະຈາ​ທາງ​ໂທລະສັບກັບ​ຄູ່​ຕຳ​ແໜ່​ງ ລັດ​ເຊຍ Vladimir Putin, ປຶກສາ​ຫາລື​ເລື່ອງ​ເປີດ​ກ້ວາງ​ຄຳ​ສັ່ງ​ຢຸດ​ຍິງ​ອອກ​ສູ່​ທົ່ວ​ປະ​ເທດ ຊີຣີ. ຕາມ​ແຫຼ່ງຂ່າວ​ຈາກ​ຫ້ອງ​ວ່າການ​ປະທານາທິບໍດີ ຕວກກີ, ການ​ນຳ 2 ທ່ານ​ໄດ້​ເຕື້ອງ​ເຖິງ​ການ​ເຈລະຈາ​ສັນຕິພາບ ຊີຣີ ທີ່​ໄດ້​ສ້າງ​ແຜນການຈະ​ດຳ​ເນີນ​ຢູ່​ນະຄອນຫລວງ Astana ຂອງ ກາ​ຊັກ​ສະຖານ ​ແລະ ບັນດາ​ການ​ພົວພັນ 2 ຝ່າຍ. ​ແລະ​ກໍ່​ໃນ​ການ​ເຈລະຈາ​ທາງ​ໂທລະສັບ ທ່ານ Putin ​ແລະ ທ່ານ Erdogan ພ້ອມ​ກັນ​ເຫັນ​ດີ​​ເປັນ​ເອກະ​ພາບ​ວ່າ ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີຣີ ພວມ​ໄດ້​ຮັບ​ການ​ປະຕິບັດ​ຢ່າງກ້ວາງ​ຂວາງ ​ແລະ ຢືນຢັນ​ວ່າ ຈະ​ສືບ​ຕໍ່​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ກະກຽ​ມ​ໃຫ້ການ​ເຈລະຈາ​ຢູ່ Astana ຂອງ ກາ​ຊັກ​ສະຖານ.


ຂ່າວ/ບົດ​ອື່ນ