ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ຕວັກ​ກີ ເຈ​ລະ​ຈາ​ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຊີ​ຣີ

(VOVWORLD) -ກ່າວຄຳເຫັນທີ່ການການປຶກສາຫາລືກັບ ທ່ານປະທານາທິບໍດີ ລັດເຊຍ, ທ່ານ Tayyip Erdogan ກໍ່ເນັ້ນໜັກເຖິງ “ວິໄສທັດອັນໃຫຍ່ຫຼວງ” ຂອງບັນດາບາດກ້າວກະທຳຮ່ວມ ທີ່ກ່ຽວຂ້ອງເຖິງສະພາບການ ຊີຣີ ແລະ ພື້ນຖານສັນຕິພາບຂອງປະເທດນີ້ ແມ່ນຂຶ້ນກັບການພົວພັນລະຫວ່າງ ຕວັກກີ ແລະ ລັດເຊຍ.



ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ຕວັກ​ກີ ເຈ​ລະ​ຈາ​ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຊີ​ຣີ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງ ຕວັກກີ Tayyip Erdogan ທີ່ການເຈລະຈາ  (ພາບ: Tass)

ວັນທີ 29 ກັນຍາ, ຢູ່ Sochi, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງ ຕວັກກີ Tayyip Erdogan ໄດ້ຈັດການເຈລະຈາ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການແນໃສ່ຈຳກັດການໃຊ້ຄວາມຮຸນແຮງ ທີ່ເກີດຂຶ້ນຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ ຊີຣີ ແລະ ຄວາມສາມາດໃນການເປີດກວ້າງບັນດາສັນຍາຊື້ຂາຍບັນດາລະບົບປ້ອງກັນຊາດ ລະຫວ່າງ ມົດສະກູ ແລະ ອານກາຣາ. ການນຳສອງທ່ານ ບໍ່ຍົກອອກຖະແຫຼງການລະອຽດ ຕໍ່ສື່ມວນຊົນ ພາຍຫຼັງການເຈລະຈາ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ລັດເຊຍ ໄດ້ສະແດງຄວາມຂອບອົກຂອບໃຈທ່ານ ປະທານາທິບໍດີ ຕວັກກີ ຍ້ອນການຢ້ຽມຢາມ “ທີ່ມີຜົນປະໂຫຍດ ແລະ ແທດຈິງ”.

ກ່ອນການພົບປະ, ບັນດາເຈົ້າໜ້າທີ່ຕວັກກີ ໃຫ້ຮູ້ວ່າ ທ່ານ Tayyip Erdogan ຈະຮຽກຮ້ອງໃຫ້ລັດເຊຍ ປະຕິບັດຄຳສັ່ງຢຸດຍິງ ທີ່ບັນລຸໄດ້ໃນປີກ່ອນຄືນໃໝ່, ເປີດຊ່ອງທາງຢຸດຕິບັນດາຍຸດທະສາດບຸກໂຈມຕີ ເລັ່ງໃສ່ກຳລັງ ໂດຍ ຕວັກກີ ໜູນຫຼັງ ຢູ່ ເຂດ Idlib ຂອງ ຊີຣີ.

ກ່າວຄຳເຫັນທີ່ການການປຶກສາຫາລືກັບ ທ່ານປະທານາທິບໍດີ ລັດເຊຍ, ທ່ານ Tayyip Erdogan ກໍ່ເນັ້ນໜັກເຖິງ “ວິໄສທັດອັນໃຫຍ່ຫຼວງ” ຂອງບັນດາບາດກ້າວກະທຳຮ່ວມ ທີ່ກ່ຽວຂ້ອງເຖິງສະພາບການ ຊີຣີ ແລະ ພື້ນຖານສັນຕິພາບຂອງປະເທດນີ້ ແມ່ນຂຶ້ນກັບການພົວພັນລະຫວ່າງ ຕວັກກີ ແລະ ລັດເຊຍ.

ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ