ປະທານາທິບໍດີ ລັດເຊຍ ແລະ ປະທານາທິບໍດີ ຢູແກຼນ ປຶກສາຫາລືເລື່ອງຈັດຕັ້ງການເຈລະຈາສັນຕິພາບ

(VOVWORLD) -  ວັນທີ 07 ກັນຍາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ປຶກສາຫາລືກ່ຽວກັບເລື່ອງຈັດຕັ້ງບັນດາການເຈລະຈາສັນຕິພາບໃໝ່, ພາຍຫລັງ 2 ປະເທດດຳເນີນການແລກປ່ຽນນັກໂທດ - ເຊິ່ງແມ່ນການກະທຳທີ່ມີລັກສະນະບາດລ້ຽວໃນການພົວພັນທາງການທູດ 2 ຝ່າຍ.

        ວັນທີ 08 ກັນຍາ, ຫ້ອງວ່າການປະທານາທິບໍດີ ທັງ 2 ປະເທດກໍ່ພ້ອມກັນອອກແຈ້ງການທີ່ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Putin ແລະ ຄູ່ຕຳແໜ່ງ Zelensky ໄດ້ມີການໂອ້ລົມທາງໂທລະສັບໃນທ້າຍວັນທີ 07 ກັນຍາ, ພາຍຫລັງດຳເນີນການແລກປ່ຽນນັກໂທດ 70 ຄົນ ເຊິ່ງແມ່ນເຫດການທີ່ມີຄວາມຄອງຄອຍມາແຕ່ດົນນານແລ້ວ.

        ຕາມຫ້ອງວ່າການປະທານາທິບໍດີ ຢູແກຼນ ແລ້ວ, ການນຳທັງ 2 ທ່ານລ້ວນແຕ່ “ມີຄວາມເພິ່ງພໍໃຈຕໍ່ໝາກຜົນຂອງການປະຕິບັດບັນດາຂໍ້ຕົກລົງ”.

        ໃນຂະນະນັ້ນ, ວັງ Kremlin ຢືນຢັນວ່າ ການແລກປ່ຽນນັກໂທດມີ “ຄວາມໝາຍສຳຄັນ” ໃນບັນດາຄວາມມານະພະຍາຍາມປັບປຸງການພົວພັນ 2 ຝ່າຍ ແລະ 2 ປະເທດໄດ້ເຫັນດີເປັນເອກະພາບ ຈະຮັກສາບັນດາຊ່ອງທາງຕິດຕໍ່ພົວພັນ.

ຕອບກັບ

ຂ່າວ/ບົດ​ອື່ນ