ປະທານາທິບໍດີ ລັດເຊຍ ໄດ້ເຊັນກົດໝາຍວ່າດ້ວຍ ການຍົກເລີກການໃຫ້ສັດຕະຍາບັນສົນທິສັນຍາເກືອດຫ້າມທົດລອງນິວເຄຼຍຮອບດ້ານ

(VOVWORLD) - ເລື່ອງຍົກເລີກສົນທິສັນຍາ CTBT ແມ່ນຮັບປະກັນຄວາມດຸ່ນດ່ຽງສຳລັບ ລັດເຊຍ ແລະ ອາເມລິກາ ໃນຂົງເຂດທົດລອງນິວເຄຼຍ ໃນສະພາບທີ່ ວໍຊິນຕັນຍັງບໍ່ທັນໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວ.
ປະທານາທິບໍດີ ລັດເຊຍ ໄດ້ເຊັນກົດໝາຍວ່າດ້ວຍ ການຍົກເລີກການໃຫ້ສັດຕະຍາບັນສົນທິສັນຍາເກືອດຫ້າມທົດລອງນິວເຄຼຍຮອບດ້ານ - ảnh 1(ພາບປະກອບ: Archive/TTXVN)

        ວັນທີ 02 ພະຈິກ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນກົດໝາຍວ່າດ້ວຍການຍົກເລີກການໃຫ້ສັດຕະຍາບັນສົນທິສັນຍາເກືອດຫ້າມທົດລອງນິວເຄຼຍຮອບດ້ານ (CTBT). ກ່ອນໜ້ານັ້ນ, ສະພາຕ່ຳ ແລະ ສະພາສູງ ລັດເຊຍ ໄດ້ຮັບຮອງເອົາກົດໝາຍສະບັບນີ້. ໂຄສົກວັງ Kremlin, ທ່ານ Dmitry Peskov, ໃຫ້ຮູ້ວ່າ ເລື່ອງຍົກເລີກສົນທິສັນຍາ CTBT ແມ່ນຮັບປະກັນຄວາມດຸ່ນດ່ຽງສຳລັບ ລັດເຊຍ ແລະ ອາເມລິກາ ໃນຂົງເຂດທົດລອງນິວເຄຼຍ ໃນສະພາບທີ່ ວໍຊິນຕັນຍັງບໍ່ທັນໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວ. ທ່ານກໍ່ແຈ້ງວ່າ, ການກະທຳດັ່ງກ່າວຂອງ ລັດເຊຍ ບໍ່ໝາຍຄວາມວ່າ ມົດສະກູ ຈະມີແຜນດຳເນີນການທົດລອງນິວເຄຼຍ.

        CTBT ແມ່ນສົນທິສັນຍາຫຼາຍຝ່າຍເກືອດຫ້າມທຸກການທົດລອງນິວເຄຼຍ, ເຖິງວ່າເພື່ອຈຸດປະສົງສັນຕິພາບ ຫຼື ການທະຫານ. ສະຫະປະຊາຊາດໄດ້ຮັບຮອງເອົາສົນທິສັນຍາດັ່ງກ່າວໃນປີ 1996 ແລະ ມີ 187 ປະເທດໄດ້ເຊັນແລ້ວ, ແຕ່ມາຮອດປະຈຸບັນຍັງບໍ່ທັນມີຜົນສັກສິດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ