ປະທານາທິບໍດີ ສ ເກົາຫຼີ ພົບປະແລກປ່ຽນກັບທິມບານເຕະ U23 ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 22 ມີນາ, ທ່ານປະທານາທິບໍດີ ສ ເກົາຫຼີ Moon Jae – in ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ມີການພົບປະແລກປ່ຽນກັບທິມບານເຕະ U23 ຫວຽດນາມ ແລະ ຫົວໜ້າຄູຝຶກ Park Hang – seo
ປະທານາທິບໍດີ ສ ເກົາຫຼີ ພົບປະແລກປ່ຽນກັບທິມບານເຕະ U23 ຫວຽດນາມ - ảnh 1 ປະທານາທິບໍດີ ສ. ເກົາຫຼີ ແລະ ພັນລະຍາ ຖ່າຍຮູບກັບທິມຊາດບານເຕະ U23 ຫວຽດນາມ

ໃນຂອບເຂດການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປະຊາຊົນເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ຕອນບ່າຍວັນທີ 22 ມີນາ, ທ່ານປະທານາທິບໍດີ ສ ເກົາຫຼີ Moon Jae – in ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ມີການພົບປະແລກປ່ຽນກັບທິມບານເຕະ U23 ຫວຽດນາມ ແລະ ຫົວໜ້າຄູຝຶກ Park Hang – seo.

        ຊົມເຊີຍທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ແລະ ພັນລະຍາໄດ້ສະຫງວນເວລາພົບປະແລກປ່ຽນກັບຄະນະຄູຝຶກ ແລະ ບັນດານັກກິລາທິມຊາດບານເຕະ U23 ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ຜົນງານດີເດັ່ນຂອງທິມຊາດບານເຕະ U23 ຫວຽດນາມ ໃນຮອບຊິງຊະນະເລີດ U23 ອາຊີປີ 2018 ໄດ້ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບສະໜິດແໜ້ນລະຫວ່າງ ປະຊາຊົນ 2 ປະເທດ.

        ສ່ວນທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ສະແດງຄວາມປະທັບໃຈກັບເລື່ອງທິມຊາດບານເຕະ U23 ຫວຽດນາມ ພາຍໃຕ້ການນຳພາຂອງຄູຝຶກ ຊາວ ສ. ເກົາຫຼີ Park Hang – seo; ພ້ອມທັງລະດົມກຳລັງໃຈບັນດານັກກິລາ U23 ຫວຽດນາມ ຈົ່ງຮັກສານ້ຳໃຈ ແລະ ຄວາມສຸດຈິດສຸດໃຈເພື່ອບັນລຸໄດ້ຫຼາຍຜົນງານທີ່ງານມະຫາກຳກິລາພາກພື້ນ ແລະ ສາກົນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ